ອະພິທໍາມາສັງຄິນີ (ຜູກ ໑໖)

ພະອະພິທໍາ ວ່າດ້ວຍເລື່ອງ ອຸປາທາຮູບ ເຊັ່ນ ປະສາດຮູບ, ວິກາຣະຮູບ ແລະ ລັກຂະນະຮູບ. -ປະສາດຮູບ ຄື ຮູບທີ່ເປັນປະສາດສໍາລັບຮັບອາລົມໄດ້ ມີ ໕ ປະການ ປະກອບດ້ວຍ: ໑. ຈັກຂຸປະສາດ ຄື ປະສາດຕາ, ໒. ໂສຕະປະສາດ ຄື ປະສາດຫູ, ໓. ຂານະປະສາດ ຄື ປະສາດຈະມູກ ໔. ຊີວຫາປະສາດ ຄື ປະສາດຫລິ້ນ, ໕. ກາຍະປະສາດ ຄື ປະສາດກາຍ. - ວິກາຣະຮູບ ຮູບຄືອາການດັດແປງເຮັດໃຫ້ແປກເຮັດໃຫ້ພິເສດໄດ້ ມີ ໓ ປະການ ໑. ຣູປັສສະລະຫຸຕາຮູບ ຄື ສະພາວະທີ່ເບົາຂອງຮູບ, ໒. ຣູປັສສະມຸທຸຕາຮູບ ຄື ສະພາວະທີ່ອ່ອນຂອງຮູບ, ໓. ຣູປັສສະລະກໍ່າມັນຍະຕາຮູບ ຄື ສະພາວະທີ່ຄວນແກ່ການງານຂອງຮູບ. -ລັກຂະນະຮູບ ຄື ຮູບທີ່ສະແດງສະພາວະຕ່າງໆໃຫ້ເກີດຂຶ້ນ ມີ ໔ ປະການ ອັນປະກອບດ້ວຍ: ຄໍາລົງທ້າຍ: ລານທີ່ ໒໒ ໜ້າ ໑: ຈຸນລະສັງກາດໄດ້ ໑໒໗໗ ຕົວ ປິ ກາບຍີ່ ເດືອນ ຈຽງ ແຮມ ໒ ຄໍາ ມື້ກາເຮົ້າ ວັນ ໖ ຍາມແຖໃກ້ຄໍ່າ ຫມາຍມີ ພະເຈົ້າມະຫາຊີວິດ, ຣາຊະບຸດ ແລະ ພຣະຣິຍາ ບຸດຕະນັດຕາພັນທຸວົງສາ ຊຸ່ຄົນໄດ້ພ້ອມກັນມີໃຈໃສສັດທາ ເປັນອັນຍິ່ງ ຈິ່ງໄດ້ສ້າງລຳ ອະພິທໍາມາສັງຄີນີ ມັດນີ້ ໄວ້ກັບສາສະໜາພະພຸດທະເຈົ້າ ຕາບຕໍ່ເທົ້າໝົດເຊັ່ນໂປຕະກະໃບລານ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ທຸກຄົນແດ່ກໍ່ຂ້າເທີ້ນ. ໑. ຣູປັດສະອຸປະຈະຍະ ຄື ຄວາມເກີດຂຶ້ນຂອງຮູບ, ໒. ຣູປັດສະສັນຕະຕິ ຄື ຄວາມຈະເລີນຂອງຮູບ, ໓. ຣູປັດສະຊະຣະຕາ ຄື ຄວາມເສື່ອມຂອງຮູບ, ໔. ຣູປັດສະອະນິດຈະຕາ ຄື ຄວາມແຕກດັບຂອງຮູບ.

The Abhidhamma on the Upādā-rūpa: derivative materiality. Pasāda- rūpa: sensitive material qualities. There are five as following: 1. Cakkhu: the eye 2. Sota: the ear 3. Ghāna: the nose 4. Jivhā: the tongue 5. Kāya: the body -Vikāra-rūpa: material quality of plasticity or alterability. There are three as following: 1. Rūpassalahutā: the state of lightness of the material 2. Rūpassamudutā: the state of pliancy of the material 3. Rūpassakammaññatā: the state of adaptability of the material. There are four as following: - Lakkhana-rūpa: material quality of salient features 1. Rūpassa-upacaya: integration of the material 2. Rūpassa-santati: continuity of the material 3. Rūpassa-jaratā: decay of the material 4. Rūpassa-aniccatā: impermanence of the material. Colophon: Folio 22 on the recto side: Chunlasangkat (CS) 1277, a kap nyi year, the second day of the waning moon of the first lunar month, a ka hao day, the sixth day of the week (Friday). [The writing of this manuscript] was accomplished at the horn closed to the darkness. Great King, Royal son, and his wife together with all their children, grandchildren and relatives had the most ardent religious faith to sponsor the making of this manuscript-bundle entitled Abhidhammasangkhinī to support the Teachings of the Buddha to last until the end of the life of the palm leaves. May all our wishes become true.

Extent: 1 palm-leaf manuscript containing 22 leaves.

Size and dimensions of original material: Hight 4.7 cm, width 56.5 cm, depth 0.9 cm.

Condition of original material: Good.

Alternative calendar and date: Lao, CS 1277, a kap nyi year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 3.