ອະພິທໍາມາສັງຄິນີ (ຜູກ ໙)

ພະອະພິທໍາ ວ່າດ້ວຍເລື່ອງ ວິດຊາ ໓ ແລະ ອະພິນຍາ ໖. ວິດຊາ ໝາຍເຖິງ ຄວາມຮູ້ແຈ້ງແລະເປັນຄວາມຮູ້ພິເສດ ອັນປະກອບໄປດ້ວຍ: ໑. ບຸບເພນິວາສານຸສະຕິຍານ ຄື ຄວາມຮູ້ທີ່ໄດ້ລະລຶກຊາດໄດ້, ໒. ຈຸຕຸປະປາຕະຍານ ຄື ຄວາມຮູ້ ຈຸຕິແລະອຸບັດຂອງສັດທັງຫລາຍ ແລະ ໓. ອາສະວັກຂະຍະຍານ ຄື ຄວາມຮູ້ທີ່ທໍາໃຫ້ອາສະວະກິເລດໃຫ້ສິ້ນໄປ. ອະພິນຍາ ໖ ແປວ່າ ຄວາມຮູ້ຍິ່ງ ໝາຍເຖິງປັນຍາຄວາມຮູ້ສູງເໜືອກວ່າປົກກະຕິແລະເປັນຄວາມຮູ້ພິເສດທີ່ເກີດຈາກການອົບລົມຈິດຈະເລີນປັນຍາທາງກໍ່າມັດຖານແລະເປັນຄຸນນະສົມບັດຂອງພະອະຣິຍພບຸກຄົນ ມີ ໖ ປະການຄື: ໑. ອິດທິວິທິ ຄື ມີອິດທິລິດ ໒. ທິບພະໂສຕະ ຄື ມີຫູທິບ, ໓. ເຈໂຕປະຣິຍະຍານ ຄື ສາມາດລ່ວງຮູ້ໃຈຂອງບຸກຄົນອື່ນໄດ້, ໔. ບຸບເພນິວາສານຸສະຕິຍານ ຄື ການລະລຶກຊາດໄດ້, ໕. ທິບພະຈັກຂຸ ຄື ມີຕາທິບ ແລະ ໖. ອາສະວັກຂະຍະຍານ ຄື ຮູ້ການທໍາອາສະວະໃຫ້ສິ້ນໄປ.

The Abhidhamma on the Vijjhā 3 and Abhiññā 6. Vijjhā 3: the threefold knowledge means the higher and special knowledge. Pubbenivāsānussati-ñāna: Reminiscence of past lives. Cutūpapāta-ñāna: Knowledge of the decease and rebirth of beings. Āsavakkhaya-ñāna: Knowledge of the destruction of mental intoxication. Abhiññā: Superknowledge that means wisdom and knowledge that is higher than normal knowledge and is a special knowledge that arises from the practice of meditaion and is a property of the noble monks. There are six as following: 1. Iddhividhī: Magical powers. 2. Dibbasota: Devine ear 3. Cetopariyañāna: Penetration of the minds of others. 4. Pubbenivāsānussati: Remembrance of former existences. 5. Dibbacakkhu: Devine eye. 6. Āsavakkhayañāna: Knowledge of the exhaustion of all mental intoxicants.

Extent: 1 palm-leaf manuscript containing 29 leaves.

Size and dimensions of original material: Hight 4.7 cm, width 56.7 cm, depth 1.2 cm.

Condition of original material: Good.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 3.