ສັງຄະຫະປາກອນ (ຜູກ ໓)

ມີພະຍາຕົນໜຶ່ງ ທີ່ເມືອງພາຣານະສີ ພະຍາຕົນນີ້ມັກດື່ມເຫຼົ້າ ຫຼື ເອີ້ນວ່າເປັນຄົນຂີ້ເຫຼົ້າ, ທ່ານປຸໂຣຫິດຫ້າມເທົ່າໃດກໍ່ບໍ່ຟັງ. ຈາກນັ້ນ ທ່ານປຸໂຣຫິດຈິ່ງກ່າວແກ່ພະຍາຕົນນັ້ນວ່າ ຂໍໄຫວ້ມະຫາຣາຊະເຈົ້າ ຈົ່ງສັ່ງໃຫ້ເສນາອາມາດໄປປຸກສາລາໄວ້ນອກເມືອງ ແລ້ວສັ່ງໃຫ້ເອົາສັດ, ຜູ້ຍິງ, ສິ່ງຂອງຕ່າງໆ, ເງິນ, ຄໍາແລະສຸລາ ໄປໄວ້ທີ່ສາລານັ້ນ ແລ້ວແຕ່ງໃຫ້ຄົນໄປເຝົ້າ. ພະຍາຕົນນັ້ນກໍ່ທໍາຕາມທີ່ທ່ານປຸໂຣຫິດບອກ. ເມື່ອຄົນທັງຫຼາຍເຂົ້າມາ, ບ່າວພະຍາກໍ່ບອກພວກເຂົາວ່າ ພວກທ່ານມັກອັນໃດກໍ່ໃຫ້ເອົາຕາມໃຈທີ່ພວກທ່ານມັກ. ຊາຍຜູ້ທໍາອິດເຂົ້າມາ ເຂົາກໍ່ຂ້າສັດກິນຢູ່ທີ່ສາລານັ້ນແລ້ວກໍ່ໜີໄປ, ຊາຍຜູ້ທີ່ສອງ ເລືອກເອົາເງິນຄໍາແລ້ວກໍ່ຈາກໄປ, ຊາຍຜູ້ທີ່ສາມ ມັນກໍ່ໄດ້ຫຼິ້ນຊູ້ກັບຜູ້ຍິງທີ່ນັ້ນແລ້ວກໍ່ໜີໄປ, ຊາຍຜູ້ທີ່ສີ່ ມັນໄດ້ກ່າວຂີ້ຕົວະໜ້ອຍໜຶ່ງແລ້ວກໍ່ໜີໄປ ແລະຊາຍຜູ້ທີ່ຫ້າ ມັນກໍ່ຄິດໃນໃຈວ່າ ຂ້າສັດ, ເອົາສິ່ງຂອງ, ຫຼິ້ນຊູ້ກັບເມຍທ່ານ, ຮ້າຍດ່າແລະຂີ້ຕົວະເຫຼົ່ານີ້ລ້ວນເປັນບາບ ກິນເຫຼົ້າກໍ່ໜ້າຈະດີກວ່າຢ່າງອື່ນ. ມັນກໍ່ເລີຍກິນເຫຼົ້າ ເມື່ອເມົາແລ້ວມັນກໍ່ເອົາສັດມາຂ້າກິນ, ເຂົ້າຂອງມັນກໍ່ເອົາ, ມິດສາຈານແຫ່ງຜູ້ຍິງມັນກໍ່ເຮັດ, ຄໍາຕົວະຄໍາຮ້າຍມັນກໍ່ເວົ້າກໍ່ດ່າຍັງບ່າວພະຍາທັງຫຼາຍທີ່ເຝົ້າທີ່ນັ້ນ. ຈາກນັ້ນ ບ່າວພະຍາກໍ່ນໍາເລື່ອງນີ້ໄປທູນແກ່ພະຍາ ພະຍາຈິ່ງຮູ້ວ່າ ການດື່ມເຫຼົ້າເມົາສາມາດເຮັດຄວາມຜິດອື່ນໆ ໄດ້ ແລະສັນລະເສີນທ່ານປຸໂຣຫິດນັ້ນວ່າ ເປັນຜູ້ມີຜະຫຍາ. ພະຍາຕົນນັ້ນກໍ່ເລີກເຫຼົ້າຕັ້ງແຕ່ບັດນັ້ນເປັນຕົ້ນມາ ແລະມີຄໍາສັ່ງຫ້າມຄົນທັງຫຼາຍກະທໍາບາບ ໕ ຢ່າງນີ້. ຄໍາລົງທ້າຍ: ລານທີ່ ໑ ໜ້າ ໒: ຈຸນລະສັງກາດຣາຊາໄດ້ ໑໒໖໖ ຕົວ ປີກາບສີ່ ເດືອນ ໔ ແຮມ ໘ ຄໍ່າ ວັນ ໕ ມື້ຮວາຍສັນ ຣິດຈະນາແລ້ວ ໝາຍມີ ມະຫາຣາຊາຄຸເຈົ້າໂພທິປັນຍາ ວັດຖໍ້າ ເປັນຜູ້ຣິດຈະນາ ມີເພັຍຫອມສົມບັດ ເປັນສັດທາ ພ້ອມກັນມີສັດທາສ້າງຍັງ ສັງຄະຫະປາກອນ ໄວ້ກັບສາສະໜາພະພຸດເຈົ້າຕາບເທົ້າ ໕໐໐໐ ພະວັດສາ. ຂໍຜະລະບຸນຍະຣາສີທັງຫລາຍຝູງນີ້ ຈົ່ງມາເປັນປັດໄຈຄໍ້າຊູ ຍັງຝູງຂ້າທັງຫລາຍໄປໄຈ້ໆ ຕາບເທົ້າຂໍໃຫ້ໄດ້ເຂົ້ານີຣະພານແດ່ກໍ່ຂ້າເທີ້ນ ອະຫັງ ກັດສະໂປ ໂຫມິ ສັນຕິເກ ອະຣິຍະເມດໄຕໂຍ ອະນາຄະເຕ ກາເລ ນິດຈັງ ທຸວັງ ປະຣະມັງ ສຸກຂັງ.

There was a king in Pharanasi. The king was often drunk and became a drunkard. He did not listen to his advisor’s advice. Therefore, the advice told the king to build a pavilion outside the city and bring animals, women, things, silver, gold, and intoxicating liquor there, and then put a watchman. The king followed the advice. When the people came to the pavilion, the watchman told them to take or do what they want. The first man killed the animals, ate and went away. The second man took silver and gold and went away. The third man conducted adultery and left. The fourth man spoke a lie and left. The fifth man thought that killing, taking things, adultery, lying are evil; drinking is better. So, he drank. When he got drunk, he killed the animals, took things, conducted adultery, lied and scolded at the watchman. Thus, the watchman reported the king. Hearing that the king thought, drinking is able to do other evils. The king appreciated the advisor that he was wise. Since then the king stopped drinking and gave his order to his people abstaining from doing the five evils. Colophon: Folio 1 on the verso side: Chunlasangkat (CS) 1266, a kap si year, the eighth day of the waning moon of the fourth lunar month, the fifth day of the week, a hwai san day, the writing was accomplished. Maha Rasakhuchao Phothipannya from Vat Tham is the scribe. Phia Hòmsombat is the sponsor of the making of this Dhamma script [entitled] Sangkhahapakon, to support the Teachings of the Buddha to last until the end of 5000 years. May the benefit of this merit support us forever to last until we all attain Nibbāna. Ahaṃ kassapo homi santike ariyametteyo anāgate kāle niccaṃ dhuvaṃ paramaṃ sukhaṃ.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.2 cm, width 56.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1266, a kap si year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 15.