ບົດເທສະໜາ ວ່າດ້ວຍ ວັນວິສາຂະ ກົງກັບວັນເພັງ ເດືອນ ຫົກ ເປັນວັນສໍາຄັນທາງພະພຸດທະສາສະໜາ ເພາະເປັນວັນຄ້າຍວັນທີ່ເກີດເຫດການສໍາຄັນທີ່ສຸດໃນສາສະໜາພຸດ 3 ປະການ ຄື ການປະສູດ, ການຕັດສະຮູ້ ແລະການປະຣິນິບພານຂອງພະພຸດທະເຈົ້າໂຄຕະມະ. ເນື້ອໃນພັນລະນາຕັ້ງແຕ່ພະພຸດທະອົງຊົງຕັດສະຣູ້ເປັນພະສໍາມາສໍາພຸດທະເຈົ້າແລ້ວ ໄດ້ສະແດງປະຖົມມະເທສະໜາ ທໍາມະຈັກກັບປະວັດຕະນະສູດແກ່ປັນຈະວັກຄີທັງ ໕. ຈາກນັ້ນ ກໍ່ໄດ້ສະແດງທໍາເລື່ອງ ອະນຸບຸບພິຄາຖາ ໂຜດ ຍັດສະ ກຸນລະບຸດ ຊຶ່ງເປັນບຸດຂອງເສດຖີ ພ້ອມດ້ວຍເພື່ອນມິດສະຫາຍຂອງຍັດສະ ກຸນລະບຸດ ໕໔ ຄົນ. ພະພຸດທະອົງຊົງບໍາເພັນພຸດທະກິດ ເຜີຍແຜ່ຫລັກທໍາ ຄໍາສັ່ງສອນໃຫ້ແກ່ເວໄນຍະສັດທັງຫລາຍ ເປັນເວລາ ໔໕ ປີ ພະພຸດທະອົງຊົງມີພະຊົນມາຍຸໄດ້ ໘໐ ວັດສາ ຈຶ່ງສະເດັດດັບຂັນປະຣິນິບພານ ໃນເມືອງກຸສິນາຣາ ໃນວັນວິສາຂະປຸນນະມີບູຊາ. ອົງການສະຫະປະຊາຊາດໄດ້ກໍາໜົດເອົາວັນວິສາຂະເປັນວັນສໍາຄັນຂອງ ສັນຕິພາບໂລກ. ຄໍາລົງທ້າຍ: ລານທີ່ ໑໐ ໜ້າ ໑: ສົມເດັດແລ້ວຍາມກອງເດິກແລ ຂ້າພະເຈົ້າສາທຸພໍ່ປານ [ວັດ]ຫາດຄິບ ໄດ້ຣິດຈະນາດ້ວຍຕົນເອງ ແລະພະຝັ້ນເປັນຜູ້ໄດ້ລານ ຂໍໃຫ້ຜູ້ຂ້າທັງສອງພໍ່ລູກ ໄດ້ຮ່ວມສໍານັກພະສີອາຣິຍະເມດໄຕຍະ ຕົນຈະລົງມາເປັນພະພາຍໜ້າ ນີ້ແດ່ກໍ່ຂ້າເທີ້ນ ນິບພານັງ ປະຣະມັງ ສຸກຂັງ ສາທຸ ສາທຸ ຣິດຈະນາຍາມຢູ່ວັດໃໝ່ ຫລວງພະບາງ ວັນນັ້ນແລ.
The sermon on Visakha (Vesak) day which is corresponding with the full moon day of the sixth lunar month is the important day of Buddhism. Because it is a similar day of happening the most important events in Buddhism in three aspects such as the birth, the enlightenment and the passing away of Gotama Buddha. The content relates since after the enlightenment of the Buddha, he preached Dhammacakkappavattana sutta to the five ascetics. Thereafter, the Buddha preached a sermon about Anupubbikatha to Yasa Kulaputta, the son of a rich man along with his 54 friends. The Buddha spent for 45 years in propagating his teachings to people. He passed away at his 80 of age in Kusinara on Visakha day. The United Nations names the Vesak day as the important day of peace of the world. Colophon: Folio 10 on the recto side: The writing of this manuscript was accomplished at the time of kòng doek (between 19.30–21.00 o’clock). I am Sathu Phò (Monk) Pan from [Vat] Hat Khip is the scribe of this manuscript and Pha (Monk) Fan is the sponsor of the blank palm leaves. May two of us, father and son, be at the place of Ariyamettey who will become the Buddha in the future definitely. Nibbāna is the greatest bliss, amen, amen. The writing was accomplished at the time I stayed at Vat Mai, Luang Prabang.
Extent: 1 palm-leaf manuscript containing 10 leaves.
Size and dimensions of original material: Hight 4.8 cm, width 59.4 cm, depth 0.4 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 6.
