ສັງຍຸດຕະນິກາຍ (ມັດ ໓, ຜູກ ໔)

ພະສູດ ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າຊົງປະທັບຢູ່ວັດເຊຕະວັນ ເມືອງສາວັດຖີ ພະພຸດທະອົງຊົງຕອບບັນຫາໃຫ້ແກ່ເທວະດາຕົນໜຶ່ງ. ໃນກາລະນັ້ນ ເມື່ອເຖິງຍາມກາງຄືນກໍ່ມີເທວະດາຕົນໜຶ່ງ ອັນປະກອບດ້ວຍແສງສີລັດສະໝີ ຮຸ່ງເຮືອງໄດ້ເຂົ້າມາຂາບໄຫວ້ພະພຸດທະເຈົ້າແລ້ວທູນຖາມວ່າຂ້າແດ່ພະຜູ້ມີພະພາກເຈົ້າ ອັນວ່າຝູງຄົນທັງຫລາຍນັ້ນ ບາງພອງບໍ່ມີຄວາມເຫຼື້ອໃສສັດທາໃນແກ້ວທັງ ໓ ບຸກຄົນເຫລົ່ານີ້ ຈະສາມາດມີຍົດ ຫຼື ມີຊັບສົມບັດໄດ້ຢູ່ບໍ່ນໍ່ ແລະເມື່ອຈຸຕິຕາຍໄປຈະສາມາດໄປສູ່ສຸກຄະຕິໄດ້ຢູ່ບໍ່? ເມື່ອນັ້ນພະພຸດທະອົງກໍ່ຊົງສະແດງພະທໍາມະເທດສະໜາໃຫ້ແກ່ເທວະດາຕົນນັ້ນ ຢ່າງລະອຽດແລະແຈ່ມແຈ້ງ. ຄໍາລົງທ້າຍ: ລານທີ່ ໑໖ ໜ້າ ໑: ປະວໍລະມັງຄະລະພະມະຫາສັງກາດຣາຊະໄດ້ ໑໒໔໐ ຕົວ ປີ ເປີກຍີ່ ເດືອນ ໙ ຂຶ້ນ ໑໑ ຄໍ່າ ພໍ່າວ່າໄດ້ວັນ ໖ ມື້ກັດມົດ. ລິດຈະນາແລ້ວຍາມກອງແລງ. ໝາຍມີ ອົງສົມເດັດພະເປັນເຈົ້າຍໍາຂະໝ່ອມຫໍຄໍາຝ່າຍໜ້າ ຕົນເປັນກະນິດຖາພະບຸຣົມມະເສດຖາອາທິປະຕິພະມະຫາທໍາມິກະຣາຊະທິຣາດ ອົງສະນິດອິດສະພິນີໄສໃນວໍຣະວົງຂົງສີສັດຕະນາກຄະນາຫຸດ ອຸດຕະມະບຸຣີຣົມພົມມະຈັກກະພັດຕິ ມະຫານັກຄະຣາຊະທານີທີ່ນີ້ເປັນເຄົ້າ ກັບທັງເຈົ້າຣາຊະກັນຍາ ຣາຊະໂອຣົດສາ ຣາຊະ ນັດຕາ ຂັດຕິຍະຣາຊະວົງສາ ມີພິຣົມຊະລາໄສໃນພະຣາຊະຫະຣຶໄທເຫລື້ອມໃສໃນວໍຣະພຸດທະສາສະໜາ ພະມະຫາກະລຸນນາທິຄຸນເຈົ້າເປັນອັນຍິ່ງ ຈິ່ງມີພະຣາຊະສັດທາພ້ອມກັນສ້າງຍັງພະສັດທໍາຄໍາພີຣະພະກໍາພີ ໘໐໐໐໔໐໐໐ (ກົງກັບ ໘໔໐໐໐) ຂັນ ດວງຍວດຍິ່ງ ຈັກໃຫ້ໄວ້ໂຊຕະນະ ເປັນມຸລັງຣະພະພຸດທະສາສະໜາສືບໆໄປພາຍໜ້າ ເພື່ອວ່່າໃຫ້ກວ້າງຂວາງໃນເມືອງຫລວງຣາຊະທານີສຣີລ້ານຊ້າງຮົ່ມຂາວທີ່ນີ້ ເປັນເຄົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ເພື່ອວ່າໃຫ້ເປັນປະໂຍຊະນະແກ່ໂຍຄາວະຈອນເຈົ້າທັງຫລາຍສືບໆ ໄປ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ຂໍໃຫ້ອຸດົມສົມຣິດທິໄດ້ໂດຍດັ່ງຄໍາມັກຄໍາປາຖະນາຊູ່ປະການແດ່ກໍຂ້າເທີ້ນ. ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິຈັງ ປະຣະມັງ ສຸກຂັງ ສາທຸ ສາທຸອະນຸໂມທາມິ.

Suttanta doctrine. On one occasion, while residing at the Jetavana monastery in Savatthi, the Buddha answered the questions raised by a devata. At the time, when the night was waning, a devata with an effulgent light approached the Buddh. After worshipping the Buddha stood on a side and questioned the Buddha. Among the people, some of them are not faithful in the Triple Gem, are they able to have hounor and property? After death, are they able to go to a heaven? The Buddha then delivered a sermon to the diety. Colophon: Folio 16 on the recto side: Pavāra mangkhala Mahasangkat 1240, a poek nyi year, the eleventh day of the waxing moon of the ninth lunar month and a kat mao day. The writing was accomplished at the time of the kòng laeng (between (between 13.30–15.00 o'clock). The king of the golden palace in front side, who is the elder brother of the royal righteous king of Sisattanakhanahut Uttamabòrirom Phrommachakkphatti, the great kingdom, and his wife, sons, children, grandchildren and all relatives had pleasure, the ardent religious faith in the Buddha’s Teachings and kindness to sponsor the making of the Buddhist scripture of the 84000 categories which the great one to support the Teachings of the Buddha for the future and for its wide spreading in the kingdom of Lan Xang Hom Khao to last until the end of 5000 years and in order to be benefits to all the yogāvacara (ones who practice spiritual exercise) to last until the end of 5000 years. May all our wishes become true. May this be a condition for us to reach Nibbāna. Nibbāna is the greatest bliss. Amen, amen! I rejoice.

Extent: 1 palm-leaf manuscript containing 18 leaves.

Size and dimensions of original material: Hight 4.5 cm, width 58.5 cm, depth 0.7 cm.

Condition of original material: Good.

Alternative calendar and date: Lao, CS 1240, a poek nyi year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 2.