ໃນສະໄໝພຸດທະການ ພະພຸດທະອົງຊົງປະທັບສໍາລານຢູ່ໃນປ່າເຊຕະວັນ ອັນເປັນອາຣາມຂອງອະນາຖະບິນດິກະເສດຖີ ເມືອງສາວັດຖີ ໃນຄັ້ງນັ້ນພະພຸດທະອົງຊົງປະຣົບເຖິງເຈົ້າພິກຂຸທັງຫລາຍ ທີ່ມາຊຸມນຸມກັນທີ່ທໍາມະສະພາ ອັນເປັນເຫດໃຫ້ພະພຸດທະອົງຊົງສະແດງທໍາມະຊາດົກດວງນີ້. ໃນກາລະຄັ້ງໜຶ່ງ ຍັງມີນາງເທວະດາຕົນໜຶ່ງ ໄດ້ຈຸຕິຕາຍຈາກສະຫວັນມາປະຕິສົນທິໃນທ້ອງແຫ່ງອັກຄະມະເຫສີຂອງພະຍາວິເທຫະຣາດ ຄັນເມື່ອຕັ້ງຄັນໄດ້ ໑໐ ເດືອນບໍລະບວນກໍ່ໄດ້ປະສູດ ຣາຊະທິດາ ອັນມີຮູບໂສມ ອັນງົດງາມ ຫາຍິງໃນຊົມພູທະວີບປຽບບໍ່ໄດ້ ແຕ່ໃນຄັ້ງນັ້ນຍັງມີເທວະດາຕົນໜຶ່ງ ສະເຫວີຍສົມບັດຢູ່ໃນສະຫວັນຊັ້ນຕຸຊິຕາ ເມື່ອໃກ້ຈະໝົດອາຍຸໄຂ ກໍ່ໄດ້ເລັ່ງເຫັນຄູ່ສາມີພັນລະຍາຄູ່ໜຶ່ງເປັນທຸກຄະຕະເຂັນໃຈ ຈຶ່ງໄດ້ປະຕິສົນທິລົງມາເກີດໃນທ້ອງແຫ່ງແມ່ທຸກຄະຕະຜູ້ນັ້ນຢູ່ໃນເມືອງປະຈັນທະຄາມ ນະຄອນວິເທຫະຣາດ.
On one time, the Buddha was staying at the Jetavanna monastery. The Buddha delivered a sermon of this Jataka-tale to monks who assembled in a Dhamma Sala. At the time, a Deva descended from a heaven and born as a daughter of the King Videharaja. At the same time, another Dava was also born as a son of a poor couple named Thukkhata Kumara in Pachanthakham district in Videha kingdom.
Extent: 1 palm-leaf manuscript containing 25 leaves.
Size and dimensions of original material: Hight 4.6 cm, width 55.9 cm, depth 1.1 cm.
Condition of original material: Damaged.
Scribe(s): Unidentified.
Original institution reference: Manuscript Cabinet No.1.
