ທໍາມະດາສອນໂລກ

ເນື້ອໃນກ່າວເຖິງ ພະຍາຕົນໜຶ່ງສະເຫວີຍຣາຊະສົມບັດໃນເມືອງພັດທິຍະນະຄອນ. ພະຍາຕົນນັ້ນເປັນຜູ້ທີ່ມີກິເລດໜາ ຕັນຫາຫລາຍ ສັ່ງໃຫ້ເສນາອໍາມາດຂອງຕົນໄປນໍາເອົາຍິງສາວທັງຫຼາຍທີ່ເປັນລູກຫຼານຊາວບ້ານມາບໍາເລີກາມມະຄຸນຂອງຕົນ ຄັ້ນເມື່ອອິ່ມຄາຍ ເບື່ອໜ່າຍກໍ່ຖີ້ມໄປ ແລ້ວສັ່ງໃຫ້ເອົາຄົນໃໝ່ມາແທນ ວົນວຽນຢູ່ຢ່າງນີ້ ຈົນເກີດຄວາມເດືອດຮ້ອນພາຍໃນເມືອງ. ວັນໜຶ່ງ, ພະຍາຕົນນັ້ນກໍ່ຖືກໂຈນລັກລອບຂ້າຈົນຕາຍ. ເມື່ອນັ້ນຍັງມີເສດຖີຜູ້ໜຶ່ງຢູ່ໃນເມືອງຄັນທະຣະຖະ ມີເຂົ້າຂອງ ໑໒໐ ໂກດ ທ່ານເສດຖີຜູ້ນັ້ນມີລູກສາວຜູ້ໜຶ່ງ ຊຶ່ງມີຮູບໂສມອັນງົດງາມ ຜູ້ເປັນພໍ່ເກີດຄວາມຫຶງຫວງ ຫ້າມບໍ່ໃຫ້ລູກສາວເອົາຜົວ. ແຕ່ຕໍ່ມາຜູ້ເປັນພໍ່ໄດ້ກະທໍາມິດສາຈານລູກສາວຂອງຕົນ ຢູ່ບໍ່ນານເທົ່າໃດ ຊັບສົມບັດທັງຫຼາຍ ພ້ອມທັງຊ້າງ, ມ້າ, ງົວ, ຄວາຍ ຍາດຕິພີ່ນ້ອງແລະບໍລິວານທັງຫລາຍ ກໍ່ຈິບຫາຍໝົດ ຄັ້ນທ່ານເສດຖີຜູ້ນັ້ນໄດ້ຈຸຕິຕາຍໄປກໍ່ໄດ້ໄປຕົກນະຮົກ. ຄໍາລົງທ້າຍ: ລານທີ ໑໖ ໜ້າ ໑-໒: ແມ່ນວ່າຂ້າຍັງທ່ອງທ່ຽວໃນວັດຕະສົງສານ ຂໍໃຫ້ຜູ້ຂ້າອັດສ້າງພຣະບາມີ ຢ່າໃຫ້ຂາດ ຕາບຕໍ່ເທົ້າດັບຊົ່ວຊິວິດ ທຸກຊາດ ຂໍໃຫ້ຜູ້ຂ້າເປັນເທວະບຸດໃນວິມານທິບ ສັນຕຸສີດາຢູ່ຊັ້ນນັ້ນຍິ່ງ ຖ້າວ່າຜູ້ຂ້າຂາດຈາກຕຸສິດາແລ້ວ ຂໍໃຫ້ຜູ້[ຂ້າ]ລົງມາພົບອົງພະພຸດທະເຈົ້າອະຣິຍະເມດໄຕຍະເຈົ້າຕົນຈັກລົງມາຕັດສັບພັນຍູຕະຍານການເປັນພະ ຂໍໃຫ້ຜູ້ຂ້າໄດ້ກິນຍັງນໍ້າອົບນໍ້າຫອມຊື່ພະເຈົ້າອະຣິຍະເມດໄຕຍະເຈົ້າແລ້ວລົດຊະທໍາມັງ ຂໍໃຫ້ສືບໄປທົ່ວມັງສັງຜູ້ຂ້າ ຂໍຜູ້ຂ້າໄດ້ເຂົ້າສູ່ເມືອງແກ້ວກ່າວຄືວ່າ ອະວັດຕະມະຫານີລະພານເປັນທີ່ແລ້ວ ແມ່ນວ່າ ຂ້າໄດ້ຕັ້ງຄໍາປາດຖະໜາທຸກວັນນີ້ ກະຂໍໃຫ້ໄດ້ຄໍາມັກຜູ້ຂ້າທຸກຍິ່ງທຸກປະການແດ່ກໍ່ຂ້າທ້ອນ ສາທຸ ສາທຸ ອະນໂມທາມິ. The content tells about a king who ruled the city of Bhaddiya. The king was a sexual desirer. He ordered his officials to bring him the girls who were children of the villagers to as his lovers. When he got bored with the girls, he abandone them and took new ones instead. This king’s behaviour made trouble in the city. One day, he was assassinated by thieves. At the time, there was a rich man in the city of Gandaratha who had rice of 120 koti of property. The rich man had a daughter with a beautiful figure. The father jealous of daughter and won't let her get married. But later, the father conducted adultery with his daughter. In a short time later, he lost all the treasures, including elephants, horses, cows, buffaloes, relatives and servans. After the death, he went to hell. Colophon: Folio 16 on the recto and verso sides: Even if I am still travelling in the round of rebiths, may I continually perform the perfections in very ilfe. May I be a deity in a divine castle in Santusita hevean. If I have left Tusita hevean, may I meet Ariya Metteyya Buddha who will attain enlightenment and become a Buddha. May I have an opportunity to listen to his Dhamma preaching and keept it in my body. May I reach the crystal city that is Nirvana as the ultimate goal. Even if, I set up my wishes today, may all my wishes come true. Sadhu, sadhu anumodani. Extent: 1 palm-leaf manuscript containing 16 leaves. Size and dimensions of original material: Hight 4.8 cm, width 57.2 cm, depth 0.6 cm. Condition of original material: Fragile. Author(s)/Creator(s): Unidentified. Scribe(s): Unidentified. Original institution reference: Manuscript Cabinet No.01.