ສັງຮອມທາດ (ຜູກຕົ້ນ)

ເນື້ອໃນ ກ່າວເຖິງ ອາຍຸ ແລະຄວາມເປັນໄປຂອງພະພຸດທະສາສະໜາ. ໃນສະໄໝໜຶ່ງພະພຸດທະເຈົ້າປະທັບຢູ່ວັດພະເຊຕະວັນ ເມືອງສາວັດຖີ. ພະສາຣິບຸດແລະເທວະດາ ໄດ້ທູນຖາມພະພຸດທະເຈົ້າ ເລື່ອງພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ ຈະເປັນໄປແນວໃດ?. ພະພຸດທະອົງໄດ້ຕັດເທດສະ ໜາວ່າ ພະທໍາຄໍາສອນຂອງເຮົາຈະໝົດໄປໃນຊົມພູທະວີບແລະລັງກາທະວີບພາຍຫຼັງ ໕໐໐໐ ວັດສາ. ເມື່ອສາສະໜາລ່ວງໄປໄດ້ ໕໐໐ ວັດສາ ຈະຫາພິກຂຸນີບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໑໐໐໐ ວັດສາ ຈະຫາພະອໍຣະຫັນຕາບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໒໐໐໐ ວັດສາ ຈະຫາຜູ້ທີ່ຈະທ່ອງຂຶ້ນໃຈເອົາຍັງພະໄຕປີດົກບໍ່ໄດ້. ເມື່ອສາສະໜາລ່ວງໄປໄດ້ ໓໐໐໐ ວັດສາ ຈະບໍ່ມີເຈົ້າພິກຂຸມາຊຸມນຸມກັນເພື່ອລົງອຸໂປສົດ. ເມື່ອສາສະໜາລ່ວງໄປໄດ້ ໔໐໐໐ ວັດສາ ບຸກຄົນຜູ້ທີ່ມີຜ້າເຫຼືອງແຜ່ນນ້ອຍພາດໃສ່ບ່າໄປມາກໍ່ຈະຖືກຮຽກວ່າ ພະພຸກຂຸ. ເມື່ອສາສະໜາລ່ວງໄປໄດ້ ໕໐໐໐ ວັດສາ ຈະບໍ່ມີພິກສຸສົງອົງຈະສັ່ງສອນຍັງຄໍາສອນແຫ່ງພະພຸດທະອົງ. The text tells about the age and the change of the Teachings of the Buddha. On one occasion while the Buddha was dwelling at the Jetavana monastery in Savatthi, Venerable Sariputta and Devas asked the Buddha about how are his teachings going on? The Buddha gave a sermon and said that his teachings will disappear from Jambudvipa and Lankadvipa after the 5000 years. After 500 years there is no bhikkhuni. After 1000 years, no Arahants. After 2000 years, no one learns the three baskets by heart. After 3000, no assemblies of the monks for the recitation of the Patimokkha. After 4000 years, a person who has a small piece of the yellow robe on his shoulder, he will be called as a monk. After 5000 years, no monks who teach the teachings of the Buddha. Extent: 1 palm-leaf manuscript containing 25 leaves. Size and dimensions of original material: Hight 4.6 cm, width 57.7 cm, depth 1 cm. Condition of original material: Damaged. Author(s)/Creator(s): Unidentified. Scribe(s): Unidentified. Original institution reference: Manuscript Chest No.6.