໘ ໝື່ນ (ຜູກ ໗)

ໃນພະໄຕປິດົກ ຫຼື ປິຕະກະທັງ ໓ ໄດ້ລວບລວມພະທໍາຄໍາສັ່ງສອນໃນພະພຸດທະສາດສະໜາທີ່ຈັດເປັນໝວດໝູ່ແລ້ວ ມີ ໘໔,໐໐໐ ພະທໍາມະຂັນ ດັ່ງນັ້ນ ໄຕປິດົກຈຶ່ງແປວ່າ ຄໍາພີທີ່ບັນຈຸພຸດທະພົດ ແລະແບ່ງອອກເປັນ ໓ ໝວດໃຫຍ່ຄື: ໑. ພະວິໄນປິດົກ ປະມວນພຸດທະພົດ ໝວດພະວິໄນຄື ພຸດທະບັນຍັດ ກ່ຽວກັບການປະພຶດ ຄວາມເປັນຢູ່ ຂະນົບທໍານຽມແລະການດໍາເນີນກິດຈະການຕ່າງໆຂອງພະພິກຂຸສົງແລະພິກຂຸນີ, ໒. ພະສຸດຕັນຕະປິດົກ ປະມວນພຸດທະພົດ ໝວດພະສູດຄື ພະທໍາມະເທດສະໜາ ແລະຄໍາບັນຍາຍທໍາຕ່າງໆ, ໓. ພະອະພິທໍາປິດົກ ປະມວນພຸດທະພົດ ໝວດພະອະພິທໍາ ຄື ທໍາອັນຍິ່ງໃຫຍ່ ເປັນຫລັກທໍາລ້ວນໆ ບໍ່ກ່ຽວຂ້ອງກັບເຫດການແລະບຸກຄົນໃດໆ. The Tipitaka (Three baskets) contains 84,000 catagories of the Teachings of the Buddha deviding into three catagories including Vinaya, Suttanta, and Abhidhamma. Vinaya pitaka – the Basket of discipline. Suttanta pitaka – the basket of discourses. Abhidhamma pitaka – the basket of sublime. Extent: 1 palm-leaf manuscript containing 17 leaves. Size and dimensions of original material: Hight 4.6 cm, width 58.7 cm, depth 0.7 cm. Condition of original material: Fragile. Author(s)/Creator(s): Unidentified. Scribe(s): Unidentified. Original institution reference: Shelf 2.