໘ ໝື່ນ (ຜູກ ໕)

ເນື້ອໃນ ກ່າວເຖິງ ພະອະພິທໍາ ແປວ່າ ທໍາອັນຍິ່ງໃຫຍ່ ພະພຸດທະອົງຊົງຕັດໄວ້ທີ່ສະຫວັນຊັ້ນຕາວະຕິງສາ ໃນພັນສາທີ່ ໗ ພາຍຫລັງຕັດສະຮູ້ ແລະໄດ້ຊົງຖ່າຍທອດພະອະພິທໍານັ້ນໃຫ້ແກ່ພະສາລີບຸດໃນເວລາຕໍ່ມາ ເຊິ່ງປະກອບດ້ວຍຄື: ໑. ທໍາມະສັງຄະນີ ລວມຂໍ້ທໍາມະເຂົ້າເປັນໝວດໝູ່. ໒. ວິພັງ ອະທິບາຍຂໍ້ທໍາທີ່ເປັນໝວດໝູ່. ໓. ທາຕຸກະຖາ ຈັດປະເພດຂໍ້ທໍາຕ່າງໆ ເຂົ້າໃນຂັນ, ອາຍະຕະນະ ແລະທາດ. ໔. ປຸກຄະລະບັນຍັດຕິ ບັນຍັດຄວາມໝາຍບຸກຄົນປະເພດຕ່າງໆ. ໕. ກະຖາວັຕຖຸ ຖະແຫຼງວິນິດໄສທິດສະນະຕ່າງໆທີ່ຂັດແຍ້ງກັນລະຫວ່າງນິກາຍທັງຫຼາຍສະໄໝຕະຕິຍະສັງຄາຍະນາ. ໖. ຍະມະກະ ຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີຖາມຕອບ ໂດຍຕັ້ງຄໍາຖາມຢ້ອນກັນເປັນຄູ່ໆ, ໗. ປັຕຖານ ອະທິບາຍປັຈໄຈ ໒໔ ໂດຍພິດສະດານ. The text tells about Abhidhamma, the higher doctrine which the Buddha preached in Tāvatiṃsa heaven, seven years after his enlightenment. Later, the Buddha explaind to Venerable Sariputta. The seven books of Abhidhamma consist of: 1. Saṅganī – enumeration of the Dhamma; 2. Vibhanga – analysis of the Dhamma; 3. Dhātukathā – discussion of elements; 4. Puggalapannatti – Description of Individual; 5. Kathāvattu – subjects of discussion; 6. Yamaka – book of pairs; and 7. Patthāna – book of relations. Extent: 1 palm-leaf manuscript containing 18 leaves. Size and dimensions of original material: Hight 4.6 cm, width 58.6 cm, depth 0.7 cm. Condition of original material: Fragile. Author(s)/Creator(s): Unidentified. Scribe(s): Unidentified. Original institution reference: Shelf 2.