ອຸຣັງຄະທາດ (ຜູກ ໓)

ອຸຣັງຄະທາດ ຜູກ ໓ ໃນຂະນະທີ່ທໍາພິທີປະດິດສະຖານພະອຸຣັງຄະທາດນັ້ນ ພະຍາສຸວັນນະພິງຄະຣະແລະພະຍາຄໍາແດງ ສອງອ້າຍນ້ອງ ຈຶ່ງພ້ອມກັນປາຖະນາວ່າ ຂໍໃຫ້ຜູ້ຂ້າທັງສອງໄດ້ມາບວດໃນພະພຸດທະສາສະໜາເປັນພະອໍລະຫັນແລະຂໍໃຫ້ຢ່າໄດ້ພັດພາກຈາກກັນເທີ້ນ ສ່ວນພະຍາຈຸລະມະນີ ພົມມະທັດແລະພະຍາອິນທະປັດຖະນະຄອນກໍ່ໄດ້ພ້ອມກັນປາຖະນາວ່າ ຂໍໃຫ້ຜູ້ຂ້າທັງສອງເກີດມາຊາດໃດຂໍໃຫ້ໄດ້ເກີດເປັນພໍ່ແມ່ດຽວກັນແລະໄດ້ບວດໃນພະພຸດທະສາສະໜາເປັນພະອໍລະຫັນດ້ວຍເທີ້ນ ຈາກນັ້ນພະຍານັນທະເສນ ແຫ່ງເມືອງສີໂຄດຕະບອງກໍ່ໄດ້ປາຖະນາວ່າ ຂໍໃຫ້ຜູ້ຂ້າໄດ້ບວດໃນພະພຸດທະສາສະໜາແລະໄດ້ເປັນພະອໍລະຫັນຕົນຖ້ວນ ໕ ນັ້ນເທີ້ນ ຄັ້ນພະຍາທັງ ໕ ພະອົງໄດ້ຕັ້ງຈິດອະທິດຖານຄໍາປາຖະນາແລ້ວ ພະມະຫາກັດສະປະພ້ອມດ້ວຍພະອໍລະຫັນທັງຫລາຍກໍ່ໄດ້ພ້ອມກັນໃຫ້ພອນວ່າ ຂໍໃຫ້ທ່ານທັງຫລາຍຈົງໄດ້ດັ່ງຄໍາມັກຄໍາປາຖະນາດ້ວຍເທີ້ນ ຫລັງປະດິດສະຖານ ພະອຸຣັງຄະທາດແລ້ວພະມະຫາກັດສະປະແລະພະອໍລະຫັນ ໕໐໐ ອົງ ກໍ່ໄດ້ສະເດັດກັບສູ່ເມືອງຣາຊະຄຶ ໂດຍທາງອາກາດ ເພື່ອທໍາປະຖົມມະສັງຄາຍະນາທີ່ເມືອງຣາຊະຄຶ. ຄໍາລົງທ້າຍ: ລານທີ່ ໒໖ ໜ້າ ໑: ສັງກາດໄດ້ ໒໐໐ ປາຍ ໓ (໑໒໐໓) ຕົວປີຮ້ວງເປົ້າ ເດືອນ ໗ ຂື້ນ ໑໒ ຄໍ່າ ວັນ ໓ ມື້ຮວາຍສັນ ຣິດຈະນາແລ້ວຍາມກອງແລງ ໝາຍມີພໍ່ເຫງົ້າ ຜົວເມຍ ກັບທັງພັນທຸວົງສາ ພ້ອມກັນເປັນອັນຍິ່ງ ຈຶ່ງໄດ້ສ້າງ ລໍາອຸຣັງກະທາດ ໄວ້ກັບສາສະໜາພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ນິບພານະ ປັດຈະໂຍ ໂຫຕຸ ໂນ ທຸວັງ ທຸວັງ ນິດຈັງ.

During the establishment ceremony, two brothers King Suvannaphingkhan of Nonghan Laung city, and King Khamdaeng of Nonghan Noi city set up their wish that “may both of us be ordained and obtained arahantship. May we not being separated from each other. King Chulaniphommathat of Chulani city, King of Inthapattha also set up their wish to be ordained and obtained arahantship. King Nanthasen of Sikhottabun set up his wish to be ordained and obtained arahantship as the fifth. Thereafter Venerable Maha Kassapa and other 500 arahants blessed them and returned Rajagaha for organizing the first Buddhist Council. Colophon: Folio 26 on the recto side: Sangkat 200 and 6 (CS 1203), a huang pao year, the twelfth day of the waxing moon of the seventh lunar month, the third day of the week (Tuesday), a hwai san day, the writing was accomplished at the time of kòng laeng (between 13.30–15.00 o’clock). Phò Ngao and his wife, along with relatives jointly sponsored the making of this manuscript [entitled] Lam urangkathat, to support the Teachings of Gotama Buddha to last until the end of 5000 years. May this be a condition for us to reach Nibbāna certainly.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.9 cm, width 55.2 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1203, a huang pao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 13.