໘ ໝື່ນ (ຜູກ ໔)

ເນື້ອໃນອະທິບາຍຫຼັກທໍາຕ່າງໆ ເຊັ່ນ ອະວິດຊາ ຄວາມບໍ່ຮູ້ ໔ ປະການ, ອະພິນຍາ ຄື ຄວາມຮູ້ຍິ່ງ ໖ ປະການ, ປະຕິສໍາພິທາຍານ ຄື ປັນຍາແຕກສານ ມີ ໔ ປະການເປັນຕົ້ນ ແຕ່ໃນສ່ວນປາຍກ່າວເຖິງ ນິກາຍທັງ ໕ ແຫ່ງພະສູດຕັນຕະປິດົກ ໄດ້ແກ່ ໑. ທີຄະນິກາຍ (ຊຸມນຸມພະສູດທີ່ມີຂະໜາດຍາວ), ໒. ມັດຊິມະນິກາຍ (ຊຸມນຸມພະສູດທີ່ມີຄວາມຍາວປານກາງ), ໓. ສັງຢຸດຕະນິກາຍ (ຊຸມນຸມພະສູດທີ່ລວມເຂົ້າໄວ້ເປັນໝວດໆ ຕາມເລື່ອງທີ່ຕໍ່ເນື່ອງກັນ), ໔. ອັງຄຸດຕະຣະນິກາຍ (ຊຸມນຸມພະສູດທີ່ລວມເຂົ້າໄວ້ເປັນໝວດໆ ຕາມລໍາດັບຫົວຂໍ້ມທໍາ), ແລະ ໕. ຂຸດທະກະນິກາຍ (ຊຸມນຸມພະສູດ ຫົວຂໍ້ທໍາ ແລະເລື່ອງລາວເບັດຕະເລັດ). ຄໍາລົງທ້າຍ: ລານທີ່ ໒໔ ໜ້າ ໑: ສັງກາດໄດ້ ໑໒໘໗ ຮ້ວງເປົ້າ (ຮັບເປົ້າ) ເດືອນ ໑໐ ແຮມ ໑໐ ຄໍ່າ ວັນສຸກ ຣິດຈະນາແລ້ວຍາມ ໒ ໂມງແລງ ໝາຍມີ ທຸຄໍາຕູ່ນ ຫ້າມ(ຫຼານ)ສົມເດັດພະເຈົ້າມະຫາຊີວິດລ້ານຊ້າງຮົ່ມຂາວສີສະຫວ່າງເປັນເຄົ້າເປັນເຫງົາກ່າວມູນລະສັດທາ ກັບທັງບຸດຕາ ຍາດຕິກາພີ່ນ້ອງຊູ່ຄົນ ມີໃຈໃສສັດທາສ້າງທໍາມະ ໘ ໝື່ນ ໄວ້ເພີ່ມເຕີມອາຍຸພະສາສະໜາ ເທົ້າ ໕ ພັນວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາເພິ່ງໃຈຊູ່ປະການ ກໍຂ້າເທີ້ນ ສາທຸ ສາທຸ.

The text tells various kinds of the principles of the Dhamma such as Avijja – ignorance 4, Abhinna – superknowledge 6, Patisambhida – analytic insight 4. The last part tells about the five collections of the Suttan doctrine including 1. Dīghanikāya (collection of long discourses), 2. Majjhimanikāya (collection of middle-length discourses), 3. Samyuttanikāya (collection of connected discourses), 4. Anguttaranikāya (the collection of discourses arranged in accordance with number), and 5. Khutthakanikāya (small collection). Colophon: Folio 24 on the recto side: Sangkat (CS) 1287, a huang pao (hap pao) year, the tenth day of the waning moon of the tenth lunar month, Friday, the writing was accomplished at 2.00 pm. Thu (Princess) Khamtun, the wife of King Sisavang [Vong] the king of Lan Xang Hom Khao is the principal initiator than his children and all relatives, had the religious faith to sponsor the making of this manuscript entitled 8 mün, in order to prolong the Teachings of the Buddha to last until the end of 5000 years. May our wishes and desires come true. Amen, amen!.

Extent: 1 palm-leaf manuscript containing 24 leaves.

Size and dimensions of original material: Hight 4.6 cm, width 58.3 cm, depth 1.1 cm.

Condition of original material: Good.

Alternative calendar and date: Lao, CS 1287, a hap pao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 10.