ວິໄນຫຼວງ

ເນື້ອໃນກ່າວເຖິງສັຈຈະ ໔ ແລະບາລະມີ ໑໐ ປະການ ອັນປະກອບດ້ວຍ: ໑. ທຸກຂະສັດຈະ ຄື ຄວາມຈິງທີ່ວ່າດ້ວຍຄວາມທຸກ, ໒. ສະມຸທະສັດຈະ ຄື ຄວາມຈິງທີ່ວ່າດ້ວຍເຫດໃຫ້ເກີດທຸກ, ໓. ນິໂຣທະສັດຈະ ຄື ຄວາມຈິງທີ່ວ່າດ້ວຍຄວາມດັບທຸກ, ໔. ມັກຄະສັດຈະ ຄື ຄວາມຈິງທີ່ວ່າດ້ວຍທາງແຫ່ງຄວາມດັບທຸກ. -ບາລະມີ ໑໐ ປະການ ອັນເປັນສິກຂາບົດຂອງພະພຸດທະເຈົ້າ ເມື່ອອຸປະສົມບົດແລ້ວຈະຕ້ອງປະຕິບັດ ເພື່ອເປັນການບໍາເພັນບາລະມີຄື: ໑. ທານະບາລະມີ ຄື ບາລະມີຈາກການໃຫ້ທານ, ໒. ສີລະບາລະມີ ຄື ບາລະມີຈາກການຮັກສາສີນ, ໓. ເນກຂໍາມະບາລະມີ ຄື ບາລະມີຈາກການບວດແລະບໍາເພັນ, ໔. ປັນຍາບາລະມີ ຄື ບາລະມີຈາກປັນຍາ, ໕.ວິຣິຍະບາລະມີ ຄື ບາລະມີຈາກຄວາມພຽນ, ໖. ຂັນຕິບາລະມີ ຄື ບາລະມີຈາກການອົດທົນ ອົດກັ້ນ, ໗. ສັຈຈະບາລະມີ ຄື ບາລະມີຈາກຄວາມສັດຊື່ ຮັກສາຄໍາເວົ້າ, ໘. ອະທິຖານະບາລະມີ ຄື ບາລະມີຈາກການຕັ້ງຈິດອະທິຖານ, ໙. ເມດຕາບາລະມີ ຄື ບາລະມີຈາກຄວາມເມດຕາຕໍ່ຜູ້ອື່ນ, ໑໐. ອຸເປກຂາບາລະມີ ຄື ບາລະມີຈາກການວາງຕົວໃຫ້ເປັນກາງ ມີຄວາມທ່ຽງທໍາ ບໍ່ເຂົ້າຝ່າຍໃດຝ່າຍໜຶ່ງ.

The contents tell about the four noble truths and the ten perfections. The four noble truths consist of: 1. Dukkhacacca: The truth of suffering. 2. Samudayacaaca: The truth of the cause of suffering. 3. Nirodhacacca: The truth of the cessation of suffering. 4. Maggacacca: The truth of the path leading to the cession of suffering. The ten perfections consist of: 1. Dāna pāramī: The perfection of giving. 2. Sīla pāramī: The perfection of morality. 3. Nekkhama pāramī: The perfection of renunciation. 4. Paññā pāramī: The perfection of wisdom. 5. Viriya pāramī: The perfection of energy. 6. Khanti pāramī: The perfection of forbearance. 7. Cacca pāramī: The perfection of truthfulness. 8. Adhiṭṭhāna pāramī: The perfection of resolution. 9. Mettā pāramī: The perfection of loving-kindness. 10. Upekkhā pāramī: The perfection of equanimity.

Extent: 1 palm-leaf manuscript containing 23 leaves.

Size and dimensions of original material: Hight 5 cm, width 54.8 cm, depth 1 cm.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 1.