ທໍາມະປັດທະ (ມັດ ໙, ຜູກ ໓)

ໃນສະໄໝພຸດທະການ ພະຜູ້ມີພະພາກເຈົ້າຊົງປະທັບສໍາລານຢູ່ພະເຊຕະວັນ ພະພຸດທະອົງຊົງປາຣົບນາງກີສາໂຄດຕະມີ ແຕ່ເດີມນາງກີສາໂຄດຕະມີເກີດໃນຕະກຸນຄົນຈົນ ເຂັນໃຈ ແຕ່ໄດ້ແຕ່ງງານກັບເສດຖີ ວັນໜຶ່ງນາງໄດ້ກໍາເນີດບຸດ ແຕ່ບຸດນັ້ນກໍ່ໄດ້ຕາຍຈາກໄປ ຈຶ່ງທໍາໃຫ້ນາງຕົກຢູ່ໃນຄວາມທຸກທໍລະມານເປັນຢ່າງຍິ່ງ ນາງໄດ້ຫ້າມບໍ່ໃຫ້ຄົນນໍາບຸດຂອງນາງໄປເຜົາຫຼືໄປຖິ້ມໃນປ່າຊ້າ ເພາະນາງບໍ່ເຄີຍເຫັນຄົນຕາຍ ຈຶ່ງອຸ້ມຮ່າງບຸດທີ່ຕາຍແລ້ວນັ້ນໄປຕາມບ້ານເຮືອນຕ່າງໆ ທຸກຫົນທຸກແຫ່ງ ເພື່ອຊອກຫາຢາຮັກສາຄົນຕາຍໃຫ້ຟື້ນຂຶ້ນອີກ ຈົນໄປພົບພະພຸດທະເຈົ້າກັບພະອະນຸຣຸດທະ ກໍາລັງເດີນມາພໍດີ ພະພຸດທະອົງກໍ່ຊົງແນະອຸບາຍຄາຍຄວາມທຸກ ໂດຍການໃຫ້ນາງໄປຊອກຫາເມັດຜັກກາດຈາກບ້ານທີ່ບໍ່ເຄີຍມີຄົນຕາຍ ຈະມາທໍາເປັນຢາຮັກສາຄົນຕາຍ ປາກົດວ່ານາງຕ້ອງຜິດຫວັງເພາະທຸກໆບ້ານກໍ່ລ້ວນແລ້ວແຕ່ມີຄົນຕາຍທັງສິ້ນ ໃນທີ່ສຸດນາງກໍໄດ້ສະຕິວ່າ ຄວາມຕາຍເປັນເລື່ອງທໍາມະດາຂອງຄົນແລະສິ່ງມີຊີວິດ ບໍ່ມີໃຜເກີດມາແລ້ວບໍ່ຕາຍ ການຕາຍຂອງບຸດຈຶ່ງເປັນເລື່ອງທໍາມະດາ. ຄໍາລົງທ້າຍ: ລານທີ ໑ ໜ້າ ໑: ສັງກາດຣາຊະໄດ້ ໑໒໑໙ ຕົວ ປີເມິ່ງໃສ້ ມື້[ກາ]ມົດ ວັນ ໑ ຍາມກອງງາຍ ໝາຍມີສາທຸໝ່ອມແມ່ ສາທຸຄໍາອົ້ນ ມີໃຈໃສສັດທາເປັນອັນຍິ່ງ ຈິ່ງໄດ້ສ້າງ ທໍາມະປັດທະ ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນພະວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາ ນິບພານະ ປັດຈະໂຍ ໂຫຕຸໂນ ທຸວັງ.

On one occasion while the Buddha was staying in the Jetavanna monastery, the Buddha mentioned the story of Mrs. Kisakhotami. When her son died she was in serious suffering. She was carrying her son’s body and asked for medicine from house to house. Until she met the Buddha and asked for medicine. The Buddha adviced her to seek for seeds of cabbage from the family house where nobody died. She followed but could not find any seed from such house because no house without the decease. Then she got the idea that the death is normal for all beings. Colophon: Folio 1 on the recto side: Sangkatrasa (CS) 1219, a moeng sai year, on a ka mot day, the first day of the week (Sunday), [the writing was accomplished] at the time of kòng ngai (between 7.30–9.00 o'clock). Princess Kham On had the most ardent religious faith to sponsor the making of this first manuscript-bundle entitled Dhammapada to support the Teachings of the Buddha to last until the end of 5000 years. May my wishes come true. Nibbāna paccayo hontu no dhuvaṃ (May this be a condition for us to reach Nibbāna certainly).

Extent: 1 palm-leaf manuscript containing 25 leaves.

Size and dimensions of original material: Hight 5 cm, width 59.2 cm, depth 1 cm.

Condition of original material: Damaged.

Alternative calendar and date: Lao, CS 1219, a moeng sai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.