ອະພິທໍາມະສັງຄະຫະ (ຜູກ ໓)

ອາສະວະ ຄື ກິເລດຕັນຫາທີ່ໝົກໝຸນຫຼືດອງຢູ່ໃນສັນດານ ເຮັດໃຫ້ຈິດເກີດຄວາມເສົ້າໝອງ ຂຸ່ນມົວ ມີ ໔ ປະການຄື: ໑. ກາມາສະວະ ອາສະວະຄື ກາມ ໄດ້ແກ່ກິເລດ ຕັນຫາ, ໒. ພາວາສະວະ ອາສະວະຄື ພົບໄດ້ແກ່ກິເລດ ຄືຄວາມຢາກມີຢາກເປັນ ໃນຖານະຫຼືສະພາວະຢ່າງໃດຢ່າງໜຶ່ງ, ໓. ທິດຖາສະວະ ອາສະວະຄືທິດຖິ ໄດ້ແກ່ກິເລດຄືຄວາມເຫັນຜິດ, ໔. ອະວິຊາສະວະ ອາສະວະຄືອະວິຊາ ໄດ້ແກ່ ກິເລດຄືຄວາມບໍ່ຮູ້ສະພາວະຕ່າງໆ ຕາມຄວາມເປັນຈິງ ຫຼື ເຂົ້າໃຈແບບຜິດໆ ມີຄວາມຫລົງຜິດໃນເລື່ອງນັ້ນໆ ຫລົງຢຶດມັ່ນຖືມັ່ນ. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໒: ຈຸນລະສັງກາດຣາຊະໄດ້ ໑໒໖໖ ຕົວ ປີກາບສີ ເດືອນ ໘ ແຮມ ໔ ຄໍ່າ ວັນ ໕ ມື້ຮວາຍສັນ ຣິດຈະນາແລ້ວ ໝາຍມີ ມະຫາສົມເດັດຣາຊະຄູໂພທິປັນຍາ ວັດຖໍ້າ ເປັນຜູ້ຣິດຈະນາ ມີເພັຍຫອມສົມບັດ ຜົວເມຍ ເປັນສັດທາ ໄດ້ພ້ອມກັນສ້າງຍັງທໍາດວງນີ້ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ຂໍຜະລະບຸນທັງຫລາຍຝູງນີ້ຈົ່ງມາຄໍ້າຊູຍັງຝູງຂ້າທັງຫລາຍໄປໄຈໄຈ ຕາບຕໍ່ເທົ້າໃຫ້ຝູງຂ້າໄດ້ເຂົ້າສູ່ນີຣະພານກໍ່ຂ້າເທີ້ນ ສາທຸ ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິດຈັງ ທຸວັງ ປະຣະມັງ ສຸກຂັງ ກໍ່ຂ້າເທີ້ນ ທ່ຽງແທ້ດີຫລີ.

Asava is a kind of defiles and desires that is stuck the mind, causing the mind to be sad and confused. There are four types of asava: 1. Kamasava: canker of sense-desire 2. Bhavasava: canker of becoming 3. Ditthasava: canker of view 3. Avijjasava: canker of ignorance. Colophon: Folio 25 on the verso side: In Chunlasangkatrasa (CS) 1266, a kap si year, on the fourth day of the waning moon of the eighth lunar month, the fifth day of the week (Thursday), a hwai san day, the writing was accomplished. Maha Somdet Rasakhu Phothipannya from Vat Tham is the scribe of this manuscript. Phia Homsombat and his wife sponsored the making of this manuscript to support the Teachings of the Buddha to last until the end of 5000 years. May the results of this merit be a condition to support all of us forever to last until entering Nirvana since this day and time. Sadhu (Amen). Nibbāna paccayo hotu no niccaṃ dhuvaṃ dhuvaṃ paramaṃ sukhaṃ (May this be a condition for us to reach Nibbāna, constantly and certainly, the greatest bliss).

Extent: 1 palm-leaf manuscript containing 27 leaves.

Size and dimensions of original material: Hight 4.7 cm, width 57.3 cm, depth 1 cm.

Condition of original material: Fragile.

Alternative calendar and date: Lao, CS 1266, a kap si year

Scribe(s): Maha Somdet Rasakhu Phothipannya from Vat Tham.

Original institution reference: Manuscript Cabinet No.1.