ອະພິທໍາມາປິດຕະກະ (ຜູກ ໓)

ເນື້ອໃນກ່າວເຖິງ ພຸດທະປະຫວັດ. ຫຼັງຈາກ ພະພຸດທະເຈົ້າໄດ້ຕັດສະຮູ້ເປັນພະສຳມາສຳພຸດທະເຈົ້າແລ້ວ ພະພຸດທະອົງໄດ້ສະເດັດໄປສູ່ປ່າອິຊິປະຕະນະມິຄະທາຍະວັນ ໃກ້ກັບເມືອງພາຣານະສີ ໄດ້ສະແດງປະຖົມມະເທດສະໜາ ທັມມະຈັກກັບປະວັດຕະນະສູດ ໂຜດປັນຈະວັກຄີທັງຫ້າ ແລະໄດ້ຈຳພັນສາຢູ່ທີ່ນັ້ນແລະກໍ່ເປັນປະຖະມະພັນສາຫຼັງຈາກການຕັດສະຮູ້. ຫຼັງຈາກນັ້ນ ພະພຸດທະອົງ ໄດ້ສະເດັດໄປສູ່ເມືອງຣາຊະຄຶ ເພື່ອໄປພົບພະເຈົ້າພິມພິສານ. ຄໍາລົງທ້າຍ: ລານທີ່ ໓໒ ໜ້າ ໑: ສັງກາດຣາຊະໄດ້ ໑໒໗໑ ຕົວ ປີຮ້ວງໃຄ້ ເດືອນ ໓ ແຮມ ໙ ຄໍ່າ ມື້ກາໃຄ້ ວັນ ໔ ຍາມຄໍ່າ ມູນລະສັດທາ ໝາຍມີ ເພັຍສິດທິປັນຍາ ຕາແສງຄີງມວກ ເປັນເຄົ້າ ກໍ່ຈຶ່ງພ້ອມພັບກັບພະຣິຍາ ບຸດຕະນັດຕາ ພັນທຸວົງສາ ກໍ່ມີໃຈໃສສັດທາເປັນອັນຍິ່ງ ຈຶ່ງຂົນຂວາຍຫາໄດ້ຍັງໃບລານມາສ້າງຂຽນຍັງ ປິດຕະກະທັງ ໓ ອັນເປັນຄໍາສອນແຫ່ງພະພຸດທະເຈົ້ານີ້ ໄວ້ກັບວໍຣະພຸດທະສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນພະວັດສາ. ພະລັງດັ່ງຜູ້ຂ້ານີ້ ຂໍໃຫ້ໄດ້ເປັນຄູ່ແກ່ໂລກ ຂໍໃຫ້ໄດ້ນໍາສັດຕະໂລກຂ້າມພົ້ນຈາກໂອຄະສົງສານ ຂໍໃຫ້ໄດ້ເຖິງນີຣະພານເປັນທີ່ແລ້ວ ຢ່າຂາດແຂ້ວດັ່ງປາດຖະໜາ. ນິບພານັງ ປະຣະມັງ ສຸກຂັງ ທຸວັງ ທຸວັງ.

The text tells the story of the Buddha. After the enlightenment and becoming a Buddha, the Buddha travelled to Isipatana Marugadayavana in Varanasi and preached the first sermon of Dhammacakkappavattana Discouse to the five ascetics, and stayed there for the Buddhist Lent as his first year after his enlightenment. Thereafter, the Buddha went to Rajagaha and met King Bimbisara. Colophon: Folio 32 on the recto side: Sangkatrasa (CS) 1271, a huang khai year, the ninth day of the waning moon of the third lunar month, a ka khai day, the fourth day of the week (Wednesday), [the writing was accomplished] at night. Phia Sitthpannya, head of the sub-district of Khingmuak together his wife, all children, and relatives had the ardent religious faith and looked for the palm leaves to make this manuscript entitled Pittaka thang 3 (The three baskets) containing the teachings of the Buddha to support the Teachings of the Buddha to last until the end of 5000 years. May I be born as the teacher of the world and bring all the creatures to across the round of rebirths and reach Nibbāna. May my wishes not be ignored. Nibbāna is the greatest bliss certainly.

Extent: 1 palm-leaf manuscript containing 33 leaves.

Size and dimensions of original material: Hight 5 cm, width 57 cm, depth 1.3 cm.

Condition of original material: Good.

Alternative calendar and date: Lao, CS 1271, a kat hao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.3.