ອຸນຫັດສະວິໄຊ

ອຸນຫັດສະວິໄຊ ເປັນຄາຖາສັກສິດເຮັດໃຫ້ມີອາຍຸຍືນ ພະສົງນິຍົມໃຊ້ເທສະໜາໃນພິທີມຸງຄຸນຕ່າງໆ. ສະໄໝໜຶ່ງ ພະຜູ້ມີພະພາກເຈົ້າປະທັບຢູ່ຕາວະຕິງສາສະຫວັນ ມີເທວະບຸດຕົນໜຶ່ງຊື່ວ່າ ສຸປະຕິດຖິຕາ ທີ່ຈະໝົດອາຍຸໄຂພາຍໃນເຈັດວັນ. ຫຼັງຈາກນັ້ນ ຈະໄປຕົກນະຮົກເປັນເວລາແສນປີ ແລະຕໍ່ຈາກນັ້ນກໍ່ຈະໄປເກີດເປັນສັດເດຍລະສານຫຼາຍຈຳພວກເປັນເວລາພັນປີ ເນື່ອງດ້ວຍອະກຸສົນລະກໍາທີ່ເຮັດໄວ້ໃນຊາດກ່ອນ. ເທວະບຸດຕົນນັ້ນມີຄວາມວິຕົກກັງວົນຫຼາຍ ຈຶ່ງໄດ້ເຂົ້າໄປຂໍຄວາມຊ່ວຍເຫຼືອຈາກພະຍາອິນ. ພະຍາອິນໄດ້ພາໄປເຂົ້າເຝົ້າພະພຸດທະເຈົ້າ. ພະພຸດທະອົງຊົງສະແດງອຸນຫັດສະວິໄຊຄາຖາ ເມື່ອຈົບເທສະໜາແລ້ວ ເທວະດາທັງຫຼາຍມີພະຍາອິນເປັນປະທານໄດ້ບັນລຸທໍາວິເສດຄືມັກແລະຜົນ. ສ່ວນສຸປະຕິດຖິຕາເທບພະບຸດກໍ່ມີຈິດເຫຼື້ອມໃສແລະມີໃຈນ້ອມລະນຶກເຖິງພະພຸດທະເຈົ້າແລະເຫຼື້ອມໃສໃນພະທໍາຂອງພະອົງ. ປະການໜຶ່ງ ດ້ວຍອານິສົງແຫ່ງການຟັງອຸນຫັດສະວິໄຊຄາຖາຄັ້ງນີ້ ເຮັດໃຫ້ສຸປະຕິດຖິຕະເທບພະບຸດມີອາຍຸຍືນຍາວຕໍ່ໄປຈົນເຖິງສະໄໝທີ່ພະສີອະຣິຍະເມດໄຕພຸດທະເຈົ້າລົງມາຕັດສະຮູ້ ຈຶ່ງຈະຈຸດຕິລົງມາສູ່ໂລກມະນຸດແລະຈະໄດ້ເປັນພະອໍລະຫັນຕາຂີນາສົບອົງໜຶ່ງ. ຄໍາລົງທ້າຍ: (໑) ລານທີ ໘ ໜ້າ ໑-໒: ຜູ້ຣິດຈະນາຂຽນແມ່ນໝ່ອມມັງ ວັດສະເລື່ອນໃນໂຕ. ບໍ່ງາມປານໃດເພາະຮຽນຂຽນໃໝ່ ປວດຂໍ້ມື ສາທຸໃຫຍ່ກໍ່ດີ ສາທຸນ້ອຍກໍ່ດີ ຄູບາເຈົ້າໝ່ອມໃຫຍ່ກໍ່ດີ ຄູບາເຈົ້າໝ່ອມນ້ອຍກໍ່ດີ ອ້າຍຈົວໃຫຍ່ກໍ່ດີ ອ້າຍຈົວນ້ອຍກໍ່ດີ ອ້າຍຈົວຜູ້ນ້ອຍນ້ອຍກວ່າເພິ່ນນັ້ນກໍ່ດີ ອາຢ່າໄດ້ຫົວຂວັນໂຕໜັງສືອາຕະມານີ້ແດ່ທ້ອນ ສາທຸ ສາທຸ ອະນຸໂມທາມິ ຜູ້ຂ້າຂໍໂມທະນາຢ່າງຍິ່ງກໍ່ຂ້າທ້ອນ. (໒) ລານທີ ໙ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ພັນ ໓ ຣ້ອຍ (ກົງກັບ ຈ.ສ. ໑໓໐໐) ຕົວປີກັດເໝົ້າ ເດືອນ ໑໑ ອອກໃໝ່ ໑໒ ຄໍ່າ ພໍ່າວ່າໄດ້ ວັນ ໔ ມື້ຮັບມົດ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ແມ່ອອກໃສ ບ້ານນາລ້ອງແຕງ ເປັນເຄົ້າພ້ອມກັບດ້ວຍບຸດຕາບຸດຕີຍາຕິກາພັນທຸວົງສາຊູ່ຄົນ ມີໃຈໃສສັດທາເປັນອັນຍິ່ງ ຈິ່ງໄດ້ພ້ອມກັນສ້າງ ກໍາພິທໍາອັນຊື່ວ່າ ອຸນຫັດສະວິໄຊ ດວງນີ້ ໄວ້ຄໍ້າຊູພະພຸດທະສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົົ້າ ໕ ພັນພະວັດສາ. ຂໍໃຫ້ຂ້າພະເຈົ້ານີ້ໄດ້ເຖິງສຸກ ໓ ປະການ ມີນີຣະພານເປັນທີ່ແລ້ວ ຢ່າຄາດແຄ້ວ ຂໍໃຫ້ໄດ້ດັ່ງມັກຄໍາປາດຖະໜາ ແຫ່ງຂ້າພະເຈົ້ານີ້ແດ່ກໍ່ຂ້າເທີ້ນ. ສຸດທິນັງ ວັດຕະ ເມ ທານັງ ນິບພານັງ ປາຣະມັງ ສຸກຂັງ ນິດຈັງ ທຸວັງ ທຸວັງ. ຊື່ຜູ້ຂ້າຣິດຈະນາເປັນຜູ້ຂຽນໃຫ້ນີ້ຊື່ວ່າ ມັງຄະລະທິປັນຍາ ປາງເມື່ອສະຖິດຢູ່ວັດບ້ານຄອຍພຸ້ນແລ ມີອາຍຸໄດ້ ໒໕ ໃຫ້ຄ່ອຍພິຈາລະນາເອົາທ້ອນ ທີ່ໃດບໍ່ພໍໃສ່ໃຫ້ທານແດ່ເທີ້ນ ທີ່ໃດເຫລືອເອົາອອກໃຫ້ແດ່ເທີ້ນ ສາທຸ ເຈົ້າໝ່ອມ ອ້າຍຈົວນ້ອຍນ້ອຍເຮີຍ.

Unhatsavisai or Unhassavijaya is a sacred text causing longevity, read as a sermon by monks in the auspicious ceremonies. On one occasion, the Buddha was staying in Tavatimsa Heaven. At the time, Supatithita Devaputta was about to die within seven days, after which he was to be reborn as a hell-being for one hundred thousand years, thereafter, various species of animals and the disabled for thousands of lives because of his bad deeds in the former lives. He was very upset by this, so he went to ask for help from Indra who then led him to the Buddha. The Buddha then preached a sermon of the Unhassavijaya Khatha. At the end of the sermon, all the deities, headed by Indra, attained the special Dhamma, namely the path and fruition. As for Supatitthita, he had a mind of respect for the Buddha and his teachings. Moreover, with the virtue of listening to this Unhassavijaya Katha causing Supatitthita to have longevity until the time of Sri Ariyametteyya Buddha, and he thus will be reborn in the human world and become an Arahant. Colophons: (1) Folio 8 on the recto and verso sides: Mom (Monk) Mang from Vat Sa Luean is the scribe. My handwriting is not beautiful because I just learn in writing and pain at my wrists. Any great monk, young monk, younger monk, great novice, small novice, little novice, please do not lough at my handwriting. Amen, amen! I very much rejoice with this. (2) Folio 9 on the recto side: Chunlasangkatrasa one thousand 3 hundred (corresponding with CS) 1300), a kat mao year, the twelfth day of the waxing moon of the eleventh lunar month, the fourth day of the week (Wednesday), a hap mot day, the writing was accomplished at the time of kòng ngai (between 7.30–9.00 o’clock). Mae-ok (lay mother) Sai from the village of Lòngtaeng together with her sons, daughters and relatives had the ardent religious faith to sponsor the making of this manuscript entitled Unhatsavisai to support the Teachings of Gotama Buddha to last until the end of 5000 years. May we reach the three states of happiness with Nibbāna as the ultimate goal. May our wished and desires not be ignored. May this gift of mine be a condition to reach Nibbāna which is the greatest bliss constantly and certainly. My name is Mangkhalathipannya when I lived in Vat Ban Khoi, at the age of 25. Please consider. If exceeding, please cut off, if not being complete, please add, dear monks and little novices.

Extent: 1 palm-leaf manuscript containing 9 leaves.

Size and dimensions of original material: Hight 4.7 cm, width 59.2 cm, depth 0.4 cm.

Condition of original material: Good.

Alternative calendar and date: Lao, CS 1300, a kat mao year

Author(s)/Creator(s): Unidentified.

Scribe(s): Mom (Monk) Mang from Vat Sa Luean.

Original institution reference: Glass Cabinet No.5.