ກ່າວເຖິງຕອນທ້າວທັງ ໔ ຕົນ ໄດ້ຍິນພິກຂຸສົນທະນາບັນຫາທໍາ ແຕ່ບໍ່ມີພິກຂຸອົງໃດສາມາຕອບບັນຫານັ້ນໄດ້ ທ້າວທັງ ໔ ຈຶ່ງໄດ້ນໍາບັນຫານັ້ນລົງມາຖາມພະຍາງົວອຸສຸພະຣາດ ວ່າຂ້າແດ່ເຈົ້າພະຍາຜູ້ປະເສີດ ໃນວັນນີ້ ຂ້າກໍໄດ້ຍິນເຈົ້າພິກຂຸທັງຫລາຍ ອັນມາຊຸມນຸມກັນໃນໂຮງທໍາ ເມື່ອນັ້ນຍັງມີເຈົ້າພິກຂຸອົງໜຶ່ງ ແກ່ກວ່າພິກຂຸທັງຫລາຍກໍກ່າວບັນຫາວ່າ ມີໄມ້ຕົ້ນໜຶ່ງໃຫຍ່ມາກນັກ, ມີກິ່ງ ໔ ກິ່ງ, ມີດອກອັນມາກນັກ ແລະມີລູກ ໒ ໜ່ວຍ ອັນວ່າບັນຫານີ້ທ່ານທັງຫລາຍຈົ່ງແກ້ດູເທີ້ນ. ເມື່ອນັ້ນເຈົ້າພິກຂຸທັງຫລາຍກໍບໍ່ສາມາດແກ້ບັນຫານັ້ນໄດ້ ດ້ວຍເຫດນີ້ ທ້າວທັງ ໔ ຈຶ່ງໄດ້ນໍາບັນຫາດັ່ງກ່າວມາຖາມເຈົ້າພະຍາຕົນປະເສີດ ໃຫ້ແກ້ບັນຫານີ້ໃຫ້ມະນຸດແລະເທວະດາທັງຫລາຍໄດ້ຊາບ ຈາກນັ້ນພະຍາງົວອຸສຸພະຣາດ ກໍ່ໄດ້ຕອບບັນຫາດັ່ງກ່າວໃຫ້ແກ່ທ້າວທັງ ໔ ເປັນຕົ້ນ. ຄໍາລົງທ້າຍ: ລານທີ່ ໒໓ ໜ້າ ໑: ມະຫາສັງກາດໄດ້ ໑໒໒໒ ຕົວປີກົດສັນ ເດືອນ ໑໑ ແຮມ ໘ ຄໍ່າ ວັນ ໑ ມື້ກາບສັນ ຣິດຈະນາແລ້ວຍາມຕູດຕັ້ງ ໝາຍມີພະຣາຊະສັດທາອົງສົມເດັດພະເປັນເຈົ້າຊີວິດຝ່າຍຫລັງ ມີໃຈໃສສັດທາສ້າງ ລໍາສຸຊາວັນນະຈັກ ນີ້ມີ ໖ ຜູກນີ້ ໄວ້ກັບສາສະໜາ ຕາບຕໍ່ເທົ້າ ໕ ພັນພະວັດສາ ຂໍໃຫ້ໄດ້ຄໍາມັກຄໍາປາດຖະໜາທຸກປະການ ກໍຂ້າເທີ້ນ ນິບພານັງ ປະຣະມັງ ສຸກຂັງ ທຸວັງ ທຸວັງ.
There were four princes heard Bhikkhus who were assembling at the Dhamma Sala. The oldest monk raised a question saying that “there is a big tree with four branches, many flowers, and two fruits”. When other monks could not answer the question, then the four princes came to Usupharaja, the cow king and asked the king about that. Colophon: Folio 23 on the recto side: Mahasangkat (CS) 1222, a kot san year, the eighth day of the waning moon of the eleventh lunar month, the first day of the week (Sunday), a kap san day, the writing was accomplished at the time of tut tang (between 6.00–7.30 o’clock). The king who lives in the back golden palace sponsored the making of this manuscript [entitled] Lam susavannachak, these 6 fascicles, to support the Teachings of the Buddha to last until the end of 5000 years. May wishes and desires of mine come true. Nibbāna is the greatest bliss certainle.
Extent: 1 palm-leaf manuscript containing 23 leaves.
Size and dimensions of original material: Hight 4.5 cm, width 58.8 cm, depth 0.9 cm.
Condition of original material: Good.
Alternative calendar and date: Lao, CS 1222, a kot san year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 7.
