ສຸຊາວັນນະຈັກ (ຜູກ ໓)

ເມື່ອນາງອຸມມາທັນຕິ ໄດ້ຍິນແມ່ຂອງນາງກ່າວວ່າ ພໍ່ຂອງນາງເປັນພະຍາງົວ ນາງຈຶ່ງໄດ້ອອກຕາມຫາຜູ້ເປັນພໍ່ ແລະເມື່ອມາເຫັນພະຍາງົວ ນາງກໍໄດ້ນໍາເອົາເຂົ້າຕອກດອກໄມ້ ຍົກຂຶ້ນຫົວ ອະທິຖານວ່າ ຖ້າພະຍາງົວໂຕນັ້ນເປັນພໍ່ຂອງຂ້າພະເຈົ້າ ຂໍໃຫ້ເຂົ້າຕອກດອກໄມ້ທັງຫລາຍນີ້ ຈົງໄປຕິດປາຍເຂົາແຫ່ງພະຍາງົວ ເມື່ອອະທິຖານແລ້ວກໍໂຍນເຂົ້າຕອກດອກໄມ້ໄປ ສ່ວນດອກໄມ້ທັງຫລາຍນັ້ນກໍໄປຕິດຢູ່ປາຍເຂົາທັງ ໒ ຂອງພະຍາງົວ ນາງຈຶ່ງຮູ້ວ່າພໍ່ຂອງຕົນເປັນພະຍາງົວຈິງແທ້ ນາງອຸມມາທັນຕິ ຈຶ່ງຍົກມືໄຫວ້ພະຍາງົວ ແລ້ວເລົ່າເລື່ອງລາວໃຫ້ພໍ່ງົວນັ້ນຟັງ. ຄໍາລົງທ້າຍ: ລານທີ່ ໒໓ ໜ້າ ໑: ພຸດທະສັງກາດຣາຊະໄດ້ ໒໕໐໗ ຕົວປີກາບສີ່ ເດືອນ ໑໐ ວັນອັງຄານ ຣິດຈະນາແລ້ວ ໝາຍມີພະມະຫາສັງຄະຣາດ ວັດໃໝ່ ເປັນສັດທາອອກໃບລານ ໝາຍມີທິດຍາບ້ານຈ່ານໃຕ້ເປັນຜູ້ຂຽນ ພ້ອມກັບດ້ວຍກັນຈຶ່ງໄດ້ສ້າງໜັງສື ສຸຊາວັນນະຈັກ ຜູກ ໓ ນີ້ ໄວ້ກັບພະພຸດທະສາສະໜາ ຕາບຕໍ່ເທົ້າ ໕ ພັນພະວັດສາ ຂໍໃຫ້ຜູ້ຂ້າທັງ ໒ ນີ້ໄດ້ເຖິງສຸກ ໓ ປະການ ມີນີຣະພານເປັນທີ່ແລ້ວ ຂໍຢ່າຄາດແຄ້ວດັ່ງຄໍາມັກຄໍາປາດຖະໜາແຫ່ງຝູງຂ້າທັງ ໒ ນີ້ແດ່ກໍຂ້າເທີ້ນ ນິບພານັງ ປາຣະມັງ ສຸກຂັງ ອະນາຄະເຕ ກາເລ.

Princess Umadanti was informed by her mother, Khemavadi that her father is an ox. Then she was searching for. When she found a herd of cows, she prayed and threw bunches of flowers on them. Two bunched hang on the horns of an ox. She came to the ox and explained the story to her father ox. Colophon: Folio 23 on the recto side: Buddhist Era (BE) 2507, a kap si year, the tenth lunar month, Tuesday, the writing was accomplished. Maha Sangkharat (Supreme Patriarch) from Vat Mai is the sponsor of the blank palm leaves and Thit (ex-monk) Nya from Ban Chan Tai is the scribe. They both sponsored the making of this manuscript [entitled] Susavannachak, fascicle 3, to support the Teachings of the Buddha to last until the end of 5000 years. May both of us reach the three states of happiness with Nibbāna is the ultimate goal. May our wishes and desires come true. Nibbāna is the the greatest bliss.

Extent: 1 palm-leaf manuscript containing 23 leaves.

Size and dimensions of original material: Hight 4.5 cm, width 58.5 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 2507, a kap si year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Box no. 7.