ພະນາງອຸມມາທັນຕິ (ລູກສາວຂອງພະອິນ) ຂໍພອນ ໕ ປະການ ຈາກສໍານັກຂອງພະຍາອິນ ກ່ອນທີ່ຈະຈຸຕິຕາຍຈາກຊັ້ນຟ້າຕາວະດຶງສາສະຫວັນເທວະໂລກລົງມາປະຕິສົນທິໃນທ້ອງແຫ່ງນາງເຂມາວະດີ ເຊິ່ງນາງເຂມາວະດີໄດ້ໃຫ້ທານແລະຮັກສາສີນເປັນປະຈໍາ ຈຶ່ງໄດ້ອະທິຖານໄວ້ວ່າຂໍໃຫ້ໄດ້ບຸດເປັນຄົນດີ ພະຍາອິນພິຈາລະນາເຫັນບຸດສາວຂອງຕົນເປັນຄົນ ຈຶ່ງປະທານລູກສາວໃຫ້ລົງໄປປະທິສົນທິໃນທ້ອງແຫ່ງນາງ ແຕ່ກ່ອນທີ່ຈະລົງໄປປະຕິສົນທິນັ້ນ ນາງອຸມມາ ທັນຕິ ກໍ່ໄດ້ຂໍພອນ ໕ ປະການຄື: ໑.ເມື່ອຜູ້ຂ້າມີອາຍຸໄດ້ ໑໖ ປີ ຂໍໃຫ້ຜູ້ຂ້າໄດ້ຢູ່ໃນປາສາດ ອັນປະເສີດ ແລະງົດງາມ, ໒.ຂໍໃຫ້ໄດ້ຜົວຜູ້ປະເສີດ, ໓.ເມື່ອມີອາຍຸໄດ້ ໒໐ ປີ ຂໍໃຫ້ຜູ້ຂ້າເປັນໃຫຍ່ກວ່ານາງທັງຫລາຍ ອັນໄດ້ໝື່ນ ໖ ພັນນາງ, ໔.ຂໍໃຫ້ໄດ້ສະເຫວີຍສົມບັດກັບຜົວແຫ່ງນາງ ແລະຢູ່ເຢັນເປັນສຸກ, ໕.ຂໍໃຫ້ໄດ້ບຸດຊາຍຜູ້ປະເສີດແລະເປັນຄົນດີ. ຄໍາລົງທ້າຍ: ລານທີ່ ໒໔ ໜ້າ ໑: ມະຫາສັງກາດໄດ້ ໑໒໒໒ ຕົວປີກົດສັນ ເດືອນ ໑໑ ແຮມ ໘ ຄໍ່າ ວັນ ໑ ມື້ກາບສັນ ຣິດຈະນາແລ້ວຍາມຕູດຕັ້ງມື້ເຊົ້າ ໝາຍມີອົງສົມເດັດພະເປັນເຈົ້າຊີວິດຝ່າຍຫລັງ ແລະພະມານດາ ກັບທັງສະຫະພະຣິຍາ ບຸດຕານັດຕາ ພັນທຸວົງສາ ມີໃສໃຈສັດທາສ້າງ ລໍາສຸຊາວັນນະຈັກ ນີ້ມີ ໖ ຜູກໄວ້ກັບສາສະໜາ ຕາບຕໍ່ເທົ້າ ໕ ພັນພະວັດສາ ຂໍໃຫ້ໄດ້ດັ່ງຄໍາປາດຖະໜາທຸກປະການ ກໍຂ້າເທີ້ນ ນິບພານັງ ປະຣະ ມັງ ສຸກຂັງ.
The text mentions about Umadanti, Indra’s daughter asked for five blessings from her father before descending to be born on the earth. Then she was the daughter of Khemavadi who always gave alms and observed precepts. The five blessings include: 1) When I am sixteen years old, may I have a beautiful castle; 2) May I have a sublime husband; 3) When I am twenty years old, may I be a greater than other six hundred girls; 4) May I stay with my husband with pleasure; and 5) May I have a sublime son. Colophon: Folio 24 on the recto side: Mahasangkat (CS) 1222, a kot san year, the eighth day of the waning moon of the eleventh lunar month, the first day of the week (Sunday), a kap san day, the writing was accomplished at the time of tut tang (between 6.00–7.30 o’clock). The king who lived in the back golden palace, along with his mother, wife, children and relatives sponsored the making of this manuscript [entitled] Lam susavannachak, these 6 fascicles, to support the Teachings of the Buddha to last until the end of 5000 years. May this be a condition for us to reach Nibbāna which is the greatest bliss.
Extent: 1 palm-leaf manuscript containing 24 leaves.
Size and dimensions of original material: Hight 4.4 cm, width 58.6 cm, depth 1 cm.
Condition of original material: Good.
Alternative calendar and date: Lao, CS 1222, a kot san year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 7.
