ເນື້ອໃນ ກ່າວເຖິງ ການຄອງຜ້າ, ຄອງບາດ, ຄອງສັນເຂົ້າ, ຄອງຜ້າກັນຖິນ ແລະຄອງທຸດົງຄະວັດ. ການຖືຄອງຜ້າກາສະວະພັດ ໓ ຜືນ ຫຼື ໄຕຈີວອນ ປະກອບດ້ວຍ ຜ້າສັງຄາຕິ ຫຼືຜ້າພາດບ່າ, ຜ້າຈີວອນຫຼືຜ້າຫົ່ມ ແລະ ຜ້າສະບົງຫຼືຜ້ານຸ່ງ. ເພິ່ນແນະນໍາໃຫ້ອະທິຖານວ່າ ສັງຄາຕິ ອັນວ່າ ຜ້າສັງຄາຜືນນີ້ ແມ່ນຜ້າພະອະພິທໍາມາ ໗ ຄໍາພີ ມີນາມະກອນຊື່ວ່າ ພະທໍາມະເຈົ້າ ອັນມີຊື່ວ່າ ນິສສະວາດ ຈົ່ງມາເປັນທີ່ເພິ່ງແກ່ຜູ້ຂ້າ ຕາບຕໍ່ເທົ້າເຂົ້າສູ່ນີລະພານ ກໍຂ້າເທີ້ນ. ອຸດຕະຣາສັງຄະ ອັນວ່າ ຜ້າຈີວອນຜືນນີ້ ແມ່ນຜ້າພະວິໄນ ໕ ຄໍາພີ ມີນາມະກອນຊື່ວ່າ ພະພຸດທະເຈົ້າ ອັນມີຊື່ວ່າ ປັສສະວາດ ຈົ່ງມາເປັນທີ່ເພິ່ງແກ່ຜູ້ຂ້າ ຕາບຕໍ່ເທົ້າເຂົ້າສູ່ນີລະພານ ກໍຂ້າເທີ້ນ. ອັນຕະຣະວາສະກັງ ອັນວ່າ ຜ້າສະບົງຜືນນີ້ ແມ່ນຜ້າພະສູດ ໘ ຄໍາພີ ມີນາມະກອນຊື່ວ່າ ພະສັງຄະເຈົ້າ ອັນມີຊື່ວ່າ ອັສສະວາດ ຈົ່ງມາເປັນທີ່ເພິ່ງແກ່ຜູ້ຂ້າ ຕາບຕໍ່ເທົ້າເຂົ້າສູ່ນີລະພານ ກໍຂ້າເທີ້ນ.
The content tells the way of keeping the robes, the way of keeping the bowl, the way of having meals, the way of keeping the Kathina robes, the way of the dhutanga. The way of keeping the three robes that consist of sanghati (the outer robe), uttarasangha the cover robe, and antaravasakam the under robe. A monk is advised to determine that the sanghati is like the seven books of the Abhidhamma and the Dhamma named nissavāsa, may it be my refuge until entering nibbana. The uttarasangha is like the five scriptures of Vinaya and the Buddha named passavāsa, may it be my refuge until entering nibbana. The antaravasakam is like the eight scriptures of the Sutta and the Sangha named assavāsa, may it be my refuge until entering nibbana.
Extent: 1 palm-leaf manuscript containing 36 leaves.
Size and dimensions of original material: Hight 4.7 cm, width 29 cm, depth 1.5 cm.
Condition of original material: Folios 4 and 5 have a damage by fire at the left end.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 9.
