ເນື້ອໃນວ່າດ້ວຍ ອະທິກອນສະມະຖະ ໗ ປະການ ຊຶ່ງເປັນຫລັກທໍາລະງັບອະທິກອນ ໝາຍເຖິງ ວິທີພິຈາລະນາຄະດີຂອງສົງ ເມື່ອມີຄະດີເກີດຂຶ້ນແລ້ວ ຄະນະສົງຈະຕ້ອງດໍາເນີນການໃຫ້ສໍາເລັດຮຽບຮ້ອຍດ້ວຍດີ ປະກອບດ້ວຍ: ໑. ສໍາມຸຂາວິໄນ ຄື ວິທີລະງັບ ຫຼື ຕັດສິນໃນທີ່ພ້ອມໜ້າກັນທັງໂຈດ, ຈໍາເລີຍພ້ອມພະຍານແລະຫຼັກຖານ, ໒. ສະຕິວິໄນ ຄື ວິທີລະງັບ ຫຼື ຕັດສິນອະທິກອນດ້ວຍການຍົກເອົາສະຕິຂຶ້ນມາເປັນຫລັກວິນິດໄສ, ໓. ອະມູລະຫະວິໄນ ຄື ວິທີລະງັບ ຫຼື ຕັດສິນອະທິກອນແກ່ພິກຂຸທີ່ຫາຍຈາກເປັນບ້າແລ້ວ, ໔. ປະຕິນຍາຕະກະຣະນະ ຄື ວິທີລະງັບ ຫຼື ຕັດສິນ ຕາມຄໍາຮັບສາລະພາບຂອງພິກຂຸຜູ້ເປັນຈໍາເລີຍ, ໕. ຕັດສະປາປິຍະສິກາ ຄື ວິທີລະງັບ ຫຼື ຕັດສິນ ແກ່ພິກຂຸຜູ້ທີ່ມີຫົວດື້ ຊົ່ວຊ້າ ບໍ່ຍອມຮັບອາບັດທີ່ຕົນເອງກະທໍາ, ໖. ເຍພຸຍຍະສິກາ ຄື ວິທີລະງັບ ຫຼື ຕັດສິນ ດ້ວຍການຖືເອົາຕາມມະຕິສົງສຽງຂ້າງຫລາຍ, ໗. ຕິນນະວັດຖາຣະກະວິໄນ ຄື ວິທີລະງັບ ຫຼື ຕັດສິນດ້ວຍການປະນີປະນອມກັນທັງສອງຝ່າຍ.
The text tells about Adhikaranasamath, the seven rules of the settlements of cases are for the settling, the resolution of cases that arise: 1. Sammukha-vinaya: Face-to-face verdict should be given. 2. Sati-vinaya: A verdict of mindfulness may be given. 3. Amulaha-vinaya: A verfict of past insanity may be given. 4. Patinnatakarana: Acting in accordance with what is admitted. 5. Tassapapiyasika: Acting in accordance with the majority. 6. Yebunnasika: Acting for his further punishment. 7. Tinnavattharaka-vinaya: Covering over as wish grass.
Extent: 1 palm-leaf manuscript containing 18 leaves.
Size and dimensions of original material: Hight 4.3 cm, width 54.5 cm, depth 0.5 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.1.
