ໂຄວິນທະສູດ (ຜູກດຽວ)

ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າປະທັບຢູ່ທີ່ດອຍຄິດຊະກູດ ນະຄອນຣາຊະຄຶ ໃນຄັ້ງນັ້ນຍັງມີເທວະບຸດຕົນໜຶ່ງ ມີຜີວພັນວັນນະອັນຜ່ອງໃສ ແລະເຕັມປ່ຽມດ້ວຍລັດສະຫມີ ອັນສະຫວ່າງສະໄຫວ ໄດ້ລົງມາຈາກສະຫວັນຊັ້ນຈະຕຸມມະຫາຣາຊິກາ ຊື່ວ່າ ປັນຈະສິຂະເທວະບຸດ ເມື່ອລ່ວງປະຖົມມະຍາມແລ້ວ ກໍ່ເຂົ້າເຝົ້າພະຜູ້ມີພະພາກເຈົ້າເຖິງທີ່ປະທັບ ພ້ອມກັບຖວາຍບັງຄົມກາບທູນຖາມວ່າ, “ຂ້າແດ່ພະອົງຜູ້ຈະເລີນ ໃນວັນອຸໂບສົດຖະສີນ ເດືອນເພັງ ເປັນວັນປະວາຣະນາອອກພັນສາຂອງພະພິກຂຸສົງທັງຫລາຍນັ້ນ ຍັງມີເທວະດາຊັ້ນດາວະດຶງສາ ລົງມາປະຊຸມນຸມກັນໃນໂຮງທໍາມະສະພາສາລາ ອັນປະກອບໄປດ້ວຍເທວະບໍລິສັດທັງຫລາຍນັ່ງຢູ່ຮອບໆ ແລະມີທ້າວຈະຕຸໂລກກະບານທັງ ໔ ທິດ ກໍເຂົ້າມາປະນຸມນຸມໃນທໍາມະສະພາສາລາແຫ່ງນີ້ ເພາະເຫດໃດ ເມື່ອນັ້ນພະຜູ້ມີພະພາກເຈົ້າກໍ່ໄດ້ຕັດພະທໍາມະເທດສະໜາດວງນີ້ ໃຫ້ແກ່ປັນຈະສິຂະເທວະບຸດ ຢ່າງລະອຽດແລະແຈ່ມແຈ້ງ. ຄໍາລົງທ້າຍ: ລານທີ ໒໘ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໙໔ ຕົວ ປີເຕົ່າສັນ ເດືອນ ໘ ຂຶ້ນ ໔ ຄໍ່າ ພໍ່າວ່າໄດ້ ວັນ ໔ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ຣັດຕະນະປັນຍາ ເປັນເຄົ້າ ຈິ່ງໄດ້ສ້າງ ໂຄວິນທະສູດ ຜູກນີ້ ໄວ້ກັບສາສະໜາພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍຜົນອັນນີ້ເປັນປັດໄຈແກ່ພະນິບພານຕັດບ່ວງເບັນຈະມານຂາດໄດ້ຈົ່ງລຸພະນິບພານດັ່ງຄໍາໝາຍແດ່ກໍ່ຂ້າເທີ້ນ ອະຣະຫັນຕີ ໂຫມິ ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິດຈັງ ທຸວັງ ປະຣະມັງ ສຸກຂັງ.

On one occasion, while the Buddha was staying at Gijjakuta hill (Vulture Peak) in Rajgir. A god named Panchasikha who was bright with halo, came from Catummahajika heaven presented at the Buddha at the mid night. The god questioned the Buddha about why the deities in Tavatimsa heaven assembled at the Dhamma hall on the full day of the end of the Buddhist Lent. Then the Buddha answered the question to the god clearly. Colophon: Folio 28 on the recto side: Chunlasangkatrasa (CS) 1294, a tao san year, on the fourth day of the waxing moon of the eighth lunar month, the fourth day of the week (Wednesday), the writing was accomplished at the time of kòng ngai (between 7.30–9.00 o’clock). Rattanapannya sponsored the making of this manuscript entitled Khovinthasut (Govinda Sutta) to support the Teachings of the Buddha to last until the end of 5000 years. May the results of this merit be a condition for Nirvana and cut the five obstructions off and reach Nirvana as my wishes. Arahantī homi nibbāna paccayo honto no niccaṃ dhuvaṃ paramaṃ sukhaṃ (May I obtain Arahantship. May this be a condition for us to reach Nirvana, constantly and certainly, the greatest bliss).

Extent: 1 palm-leaf manuscript containing 29 leaves.

Size and dimensions of original material: Hight 4.5 cm, width 57.3 cm, depth 1.5 cm.

Condition of original material: Good.

Alternative calendar and date: Lao, CS 1294, a tao san year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.