ພະສູດ ໃນສະໄໝໜຶ່ງ ພະຜູ້ມີພະພາກເຈົ້າຊົງປະທັບຢູ່ວັດເຊຕະວັນ ເມືອງສາວັດຖີ ພະພຸດທະອົງຊົງຕອບບັນຫາແກ່ເທວະດາຕົນໜຶ່ງ. ໃນກາລະນັ້ນ ເມື່ອເຖິງຍາມກາງຄືນກໍ່ມີເທວະດາຕົນໜຶ່ງ ອັນປະກອບດ້ວຍແສງສີລັດສະໝີ ຮຸ່ງເຮືອງ ໄດ້ເຂົ້າມາຂາບໄຫວ້ພະພຸດທະເຈົ້າແລ້ວ ກ່າວຄາຖານີ້ ອັນວ່າ ວັນຄືນທັງຫຼາຍນີ້ທ່ຽນຍ່ອມຂັບຍັງອາຍຸວັນນະແຫ່ງສັດໄປທຸກວັນບໍ່ຫ່ອນຫວນຄືນ ແຕ່ກາລະເມື່ອອັນເກີດມາ ໃຫ້ສ້ຽງສຸດໄປ ຄືກາລະວັນນີ້ຄືນນີ້ໄປເຖິງວັນໜ້າບໍ່ຄືນມາຄອບທີ່ເກົ່າ ສັນນີ້ໄປໄຈ້ ໆ ສັດທັງຫຼາຍທີ່ລິງເຫັນຊະຣາມະຣະນະໄພ ອັນຢູ່ຊ້ອງໜ້າ ຄວນກະທໍາກຸດສະບຸນກໍ່າໃຫ້ນໍາຕົນໄດ້ເຖິງສຸກ ໓ ປະການ. ໃນກາລະນັ້ນພະພຸດທະອົງກໍ່ຊົງຕັດພະທໍາມະເທດສະໜາໃຫ້ແກ່ເທວະດາຕົນນັ້ນ. ຄໍາລົງທ້າຍ: ລານທີ່ ໒໐ ໜ້າ ໑: ປະວໍຣະມັງຄະລະມະຫາສັງກາດຣາຊະໄດ້ ໑໒໔໐ ຕົວ ປີ ເປີກຍີ່ ເດືອນ ໘ ແຮມ ໑໐ ຄໍ່າ ມື້ເຕົ່າເສັດ ລິດຈະນາແລ້ວຍາມກອງແລງ ໝາຍມີ ສົມເດັດພະເປັນເຈົ້າຫໍຄໍາຝ່າຍໜ້າ ຕົນເປັນກະນິດຖາພະບຸຣົມມະເສດຖາອະທິປະຕິພະມະຫາທໍາມິກະຣາຊະທິຣາດເຈົ້າອັນສະນິດອິດຈະພິນີໄສໃນວໍຣະວົງຂົງສີສັດຕະນາກຄະນະຫຸດ ອຸດຕະມະບຸຣີຣົມພົມມະຈັກກະພັດຕິ ມະຫານັກຄະຣາດທານີທີ່ນີ້ເປັນເຄົ້າ ກັບທັງເຈົ້າຣາຊະກັນຍາ ຣາໂອຣົດສາ ຣາຊະບຸດຕາ ນັດຕາ ຂັດຕິຍະຣາວົງສາ ມີພິຣົມຊະລາໄສໃນພະຣາຊະຫະຣຶໄທເຫລື້ອມໃສໃນວໍຣະພຸດທະສາສະໜາ ພະມະຫາກະລຸນນາທິຄຸນເຈົ້າເປັນອັນຍິ່ງ ຈິ່ງມີພະຣາຊະສັດທາພ້ອມກັນສ້າງຍັງພະສັດທໍາ ຄໍາພີຣະພະກໍາພີ ໘໐໐໐໔໐໐໐ (ກົງກັບ ໘໔໐໐໐) ຂັນ ດວງຍອດຍິ່ງ ຈັກໃຫ້ໄວ້ໂຊຕະນະ ເປັນມຸນລະວໍຣະພະພຸດທະສາສະໜາສືບໄປພາຍໜ້າເພື່ອໃຫ້ກວ້າງຂວາງໄປພາຍໜ້າ ໃນເມືອງຫລວງຣາຊະທານີສີລ້ານຊ້າງຮົ່ມຂາວທີ່ນີ້ ເປັນເຄົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ເພື່ອວ່າໃຫ້ເປັນປະໂຍຊະນະແກ່ໂຍຄາວະຈອນເຈົ້າທັງຫລາຍສືບໆ ໄປ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ຂໍໃຫ້ອຸດົມສົມຣິດທິໄດ້ໂດຍດັ່ງຄໍາມັກຄໍາປາຖະນາຊູ່ປະການແດ່ກໍຂ້າເທີ້ນປະການກໍຂໍໃຫ້ບັງເກີດເປັນພະລະ ໓ ປະການ ຄືວ່າ ເປັນທິດຖະຜົນ ອຸບປະສັດຕິເວທະນິຍະຜົນ ອະປະຣໍາປະຣະເວທະນິຍະຜົນແດ່ກໍຂ້າເທີ້ນ. ສຸທິນນັງ ວັດຕະ ເມ ທາ[ນັງ] ນິບພານັງ ປະຣະມັງ ສຸກຂັງ ສາທຸ ສາທຸ ອະນຸໂມທາມິ.
Suttanta doctrine. On one occasion, while residing at the Jetavana monastery in Savatthi, the Buddha answered the questions raised by a devata. At the time, when the night was waning, a devata with an effulgent light approached the Buddh. After worshipping the Buddha stood on a side and recited the verse in the presence of the Buddha. Days and nights take away the ages of creatures, not to return, since their births. This day and night move forward, not to return. So, those who see this peril in death in front, do good deeds that bring ones to joy in the three states of happiness. The Buddha then delivered a sermon to the diety. Colophon: Folio 20 on the recto side: Pavāra mangkhala Mahasangkat 1240, a poek nyi year, the tenth day of the waning moon of the eighth lunar month and a tao set day. The writing was accomplished at the time of the kòng laeng (between (between 13.30 - 15.00 o'clock). The king of the golden palace in front side, who is the elder brother of the royal righteous king of Sisattanakhanahut Uttamabòrirom Phrommachakkphatti, the great kingdom, and his wife, sons, children, grandchildren and all relatives had pleasure, the ardent religious faith in the Buddha’s Teachings and kindness to sponsor the making of the Buddhist scripture of the 84000 categories which the great one to support the Teachings of the Buddha for the future and for its wide spreading in the kingdom of Lan Xang Hom Khao to last until the end of 5000 years and in order to be benefits to all the yogāvacara (ones who practice spiritual exercise) to last until the end of 5000 years. May all our wishes become true. On the other hand, may it be three gains including the gain for this life, the gain for the second life, and the gain for the third life and so on. The alms I have already given. Nibbāna is the greatest bliss. Amen, amen! I rejoice.
Extent: 1 palm-leaf manuscript containing 23 leaves.
Size and dimensions of original material: Hight 4.5 cm, width 58.5 cm, depth 1 cm.
Condition of original material: Good.
Alternative calendar and date: Lao, CS 1240, a poek nyi year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 2.
