ທັນຕະທາດ ໝາຍເຖິງ ແຂ້ວເບື້ອງຊ້າຍ ກ່າວເຖິງ ນັບຕັ້ງແຕ່ພະພຸດທະອົງ ຊົງຕັດສະຣູ້ພະອະນຸຕະຣະສໍາມາສໍາໂພທິຍານ ພະພຸດທະອົງຊົງສອນໂພດເວໄນຍະສັດທັງຫລາຍ ຕະຫຼອດ ໔໕ ພັນສາ ຈົນມີພະຊົນມາຍຸ ໘໐ ພະພັນສາ ຈຶ່ງສະເດັດຈາກພະເຊຕະວັນໄປຍັງເມືອງກຸສິນາຣາ ແລ້ວສະເດັດດັບຂັນພະປະຣິນິບພານທີ່ນັ້ນ. ຫຼັງຈາກນັ້ນ ບັນດາພະຍາມັນລະທັງຫຼາຍທັງ ໗ ຫົວເມືອງ ໄດ້ມາເມືອງກຸສິນາຣາ ເພື່ອນໍາເອົາພະສາຣີຣິກະທາດຂອງພະພຸດທະເຈົ້າໄປເມືອງຂອງຕົນ ຈຶ່ງເກີດມີການແຍ້ງຊີງກັນ. ໃນຂະນະນັ້ນ ມີພາມຜູ້ໜຶ່ງຊື່ວ່າ ໂທນະພາມ ອັນເປັນທິສາປາໂມກ ຄືເປັນອາຈານສອນສາດຕະສີນໃຫ້ແກ່ທ້າວພະຍາທັງຫລາຍໃນຊຸມພູທະວີບທັງມວນ ຈຶ່ງໄດ້ສົ່ງສຽງຮ້ອງຫ້າມປາມບໍ່ໃຫ້ພະຍາທັງຫລາຍທີ່ເປັນລູກສິດຜິດຖຽງກັນ ຈຶ່ງໄດ້ແບ່ງພະສາຣີຣິກະທາດໃຫ້ແກ່ທ້າວພະຍາທັງ ໗ ຕົນນັ້ນ. ເມື່ອພະຍາເຫລົ່ານັ້ນໄດ້ພະສາຣີຣິກະທາດຕາມຄວາມປະສົງແລ້ວກໍພາກັນກັບໄປສ້າງພະເຈດີບັນຈຸພະສາຣີຣິກະທາດໄວ້ຍັງບ້ານເມືອງຂອງຕົນ ເພື່ອໄວ້ເປັນທີ່ສັກກາລະບູຊາ. ຄໍາລົງທ້າຍ: ລານທີ ໒໑ ໜ້າ ໒: ໜານອຸປປະລະ ຣິກຂິດຕະ ຕົນອຽງຂ້າແລ ແລ້ວຍາມແຕຼຈັກໃກ້ຄໍ່າຂ້າແລ ຫື້ບຸນກໍ້າຊູຂ້າຊະນີ້ຊະໜ້າ.
Danta Dhatu means the left tooth of the Buddha tells the story of the Buddha since he had attained enlightenment and disseminated his teachings for 45 years. When he was 80 years old, he left the Jetavana monastery to Kusinara and passed away there. Thereafter seven Malla kings came to Kusinara for bringing the Buddha’s relics to their kingdom. But they were rapping the relics. At the time, Dona Brahmin who was the kings’ teacher stopped the fighting among his disciples and divided the relics to the seven kings. Then they brought the relics to their kingdoms and created stupas for enshrining the relics to worship. Colophon: Folio 21 on the verso side: Nan Uppala wrote [this manuscript] by himself. The writing was accomplished at the time of trae kai kham (between 15.00–16.30 o’clcok). May the results of this merit support me through this life and the future lives.
Extent: 1 palm-leaf manuscript containing 22 leaves.
Size and dimensions of original material: Hight 4.6 cm, width 56.1 cm, depth 0.8 cm.
Condition of original material: Good.
Scribe(s): Nan Uppala.
Original institution reference: Manuscript Cabinet No.1.
