[໘ ໝື່ນ] (ຜູກ໕)

ເນື້ອໃນ ກ່າວເຖິງ ພະອະພິທໍາ ແປວ່າ ທໍາອັນຍິ່ງໃຫຍ່ ພະພຸດທະອົງຊົງຕັດໄວ້ທີ່ສະຫວັນຊັ້ນຕາວະຕິງສາ ໃນພັນສາທີ່ ໗ ພາຍຫລັງຕັດສະຮູ້ ແລະໄດ້ຊົງຖ່າຍທອດພະອະພິທໍານັ້ນໃຫ້ແກ່ພະສາລີບຸດໃນເວລາຕໍ່ມາ ເຊິ່ງປະກອບດ້ວຍຄື: ໑. ທໍາມະສັງຄະນີ ລວມຂໍ້ທໍາມະເຂົ້າເປັນໝວດໝູ່. ໒. ວິພັງ ອະທິບາຍຂໍ້ທໍາທີ່ເປັນໝວດໝູ່. ໓. ທາຕຸກະຖາ ຈັດປະເພດຂໍ້ທໍາຕ່າງໆ ເຂົ້າໃນຂັນ, ອາຍະຕະນະ ແລະທາດ. ໔. ປຸກຄະລະບັນຍັດຕິ ບັນຍັດຄວາມໝາຍບຸກຄົນປະເພດຕ່າງໆ. ໕. ກະຖາວັຕຖຸ ຖະແຫຼງວິນິດໄສທິດສະນະຕ່າງໆທີ່ຂັດແຍ້ງກັນລະຫວ່າງນິກາຍທັງຫຼາຍສະໄໝຕະຕິຍະສັງຄາຍະນາ. ໖. ຍະມະກະ ຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີຖາມຕອບ ໂດຍຕັ້ງຄໍາຖາມຢ້ອນກັນເປັນຄູ່ໆ, ໗. ປັຕຖານ ອະທິບາຍປັຈໄຈ 24 ໂດຍພິດສະດານ. ຄໍາລົງທ້າຍ: ລານທີ ໒໕ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໐໙ ຕົວ ປີ ເມິ່ງມົດ ເດືອນ ໑໑ ອອກໃໝ່ ໗ ຄໍ່າ ໗ ມື້ກາບສັນ ຣິດຈະນາແລ້ວຍາມຕູດຕັ້ງມື້ເຊົ້າ ໝາຍມີ ເຈົ້າຄໍາຜາຍ ກັບແມ່ເຖົ້າ ມີໃຈເຫລື້ອມໃສໃນວໍຣະພຸດທະສາສະໜາເປັນອັນຍິ່ງ ຈິ່ງ ເປັນອັນຈິ່ງສ້າງ ໘ ໝື່ນ ໄວ້ກັບສາສະໜາພະໂຄດົມບຸຣົມມະສັດຖາເຈົ້າ ຕາບຕໍ່ດທົ້າ ໕໐໐໐ ວັດສາ ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິດຈັງ ທຸວັງ ປະຣະມັງ ສຸກຂັງ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຢ່າຄາດຢ່າຄາກໍ່ຂ້າເທີ້ນ.

The text tells about Abhidhamma, the higher doctrine which the Buddha preached in Tāvatiṃsa heaven, seven years after his enlightenment. Later, the Buddha explaind to Venerable Sariputta. The seven books of Abhidhamma consist of: 1. Saṅganī – enumeration of the Dhamma; 2. Vibhanga – analysis of the Dhamma; 3. Dhātukathā – discussion of elements; 4. Puggalapannatti – Description of Individual; 5. Kathāvattu – subjects of discussion; 6. Yamaka – book of pairs; and 7. Patthāna – book of relations. Colophon: Folio 25 on the recto side: Chunlasangkat (CS) 1209, a moeng mot year, on the seventh day of the waxing moon of the eleventh lunar month, the seventh day of the week (Saturday), a kap san day, the writing was accomplished at the time of tut tang (between 6.00–7.30 o’clock). Chao (Prince) Khampahai together with his grandmother had the religious faith in the Teachings of the Buddha to sponsor the making of this manuscript [entitled] 8 mün (Eighty thousand) to support the Teachings of Gotama Buddha to last until the end of 5000 years. Nibbāna paccayo hotu no niccaṃ dhuvaṃ paramaṃ sukhaṃ (May this be a condition for us to reach Nibbāna, constantly and certainly, the greatest bliss). May our wishes and desires come true.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.9 cm, width 55.5 cm, depth 1 cm.

Condition of original material: Fragile.

Alternative calendar and date: Lao, CS 1213, a moeng mot year

Scribe(s): Unidentified.

Original institution reference: Manuscript Cabinet No.1.