ນິທານຂີ້ໄຖເກີດເປັນຄໍາ

ໃນສະໄໝພຸດທະການ ຍັງມີສາມີພັນລະຍາຄູ່ໜຶ່ງຊື່ວ່າທ່ານປຸນນະແລະນາງອຸດຕະຣາ ແລະມີລູກສາວ ຊື່ວ່າ ນາງອຸດຕະຣາ ເຊັ່ນກັນ ໂດຍສາມີພັນລະຍາຄູ່ນີ້ເປັນຄົນທຸກຍາກເຂັນໃຈ ແລະລ້ຽງຊີບດ້ວຍການທໍາງານຮັບຈ້າງໃຫ້ກັບສຸມະນະເສດຖີ ໃນກຸງຣາຊະຄຶ ທ່ານປຸນນະເປັນຄົນຂະຍັນເຮັດວຽກ ເຖິງຈະແມ່ນວັນຢຸດ ແຕ່ທ່ານປຸນນະກໍຍັງໄປທໍາການໄຖນາຕາມນາທີ່ຂອງຕົນ ຕາມປົກກະຕິ ສ່ວນພັນລະຍາຂອງທ່ານປຸນນະທໍາຫນ້າທີ່ໃນການສົ່ງອາຫານໃຫ້ແກ່ສາມີທຸກວັນ ໃນຂະນະທີ່ກໍາລັງໄຖນາຢູ່ນັ້ນ ພະສາລີບຸດ ເຖລະ ໄດ້້ອອກຈາກນິໂລດສະມາບັດແລ້ວໄດ້ຖືບາດຍ່າງຜ່ານມາຍັງທົງນາທີ່ທ່ານປຸນນະກໍາລັງໄຖຢູ່ນັ້ນ ເມື່ອທ່ານປຸນນະເຫັນພະເຖລະກໍຢຸດ ຈາກນັ້ນທັງສອງສາມີພັນລະຍາ ກໍໄດ້ນໍາອາຫານໄປຖວາຍໃຫ້ແກ່ພະເຖລະ ອົງນັ້ນ ເມື່ອທ່ານປຸນນະແລະພັນລະຍາໄດ້ຖວາຍອາຫານໃຫ້ແກ່ພະເຖລະແລ້ວ ກໍ່ເກີດຄວາມປິຕິ ອິ່ມເອີບໃຈທີ່ໄດ້ທໍາບຸນ ຫຼັງຈາກນັ້ນກໍພາກັນກັບມາກິນເຂົ້າແລະນອນພັກຜ່ອນ ແຕ່ເມື່ອຕື່ນຂຶ້ນຫລ່ຽວເບິ່ງທົ່ງນາກໍເຫັນກ້ອນດິນທີ່ຕົນໄຖນັ້ນມີສີເຫລືອງຄືກັບທອງຄໍາ ແຕ່ເມື່ອໄປເບິ່ງໃກ້ໆທົ່ງນານັ້ນກໍກາຍເປັນທອງຄໍາທັງໝົດ ສອງສາມີພັນລະຍາ ຈຶ່ງເກັບເອົາທອງຄໍານັ້ນໄປຖວາຍໃຫ້ແກພະເຈົ້າພິມພິສານ ພ້ອມກັບກາບທູນໃຫ້ພະອົງຊົງຊາບ ຈາກນັ້ນພະເຈົ້າພິມສານກໍໄດ້ສະຖາປະນາແຕ່ງຕັ້ງໃຫ້ທ່ານປຸນນະເປັນເສດຖີປະຈໍານະຄອນແຫ່ງນັ້ນ. ຄໍາລົງທ້າຍ: ລານທີ່ ໑໔ ໜ້າ ໑: ສັງກາດ ໑໒໓໗ ຕົວ ປີຮັບໃຄ້ ເດືອນ ໔ ແຮມ ໕ ຄໍ່າ ວັນ ຮ້ວງໃສ້ ຣິດຈະນາແລ້ວຍາມຕູດຊ້າຍ ໝາຍມີ ເຈົ້າຫົວມະຫາມຸນຕີ ຜົວເມຍເປັນເຄົ້າ ກັບທັງບຸດຕະນັດຕາ ພັນທຸວົງສາພ້ອມກັນມີໃຈໃສສັດທາໄດ້ສ້າງຍັງທໍາ ຂີ້ໄຖເກີດເປັນຄໍາ ຜູກນີ້ໄວ້ຄໍ້າຊູສາສະໜາພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ. ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຊູ່ເຍື້ອງຊູ່ປະການແດ່ກໍ່ຂ້າເທີ້ນ ສາທຸ ສາທຸ ນິບພານັງ ປະຣະມັງ ສຸກຂັງ.

In the Buddha’s time, there was a poor couple in Rajgir. The husband named Punna and the wife named Uttara. They were the deligent farmers. One day, while Punna was plowing and his wife bringing him food. At the time, Venerable Sariputta who just finished his long meditation, walking through the farm for begging alms. When Punna saw the Venerable, he stop plowing. They both offered food to the Venerable. After offering the food, they were delighted. Then they had their meal and took a rest for a while. When they woke up, they saw the plows on the farm became gold. They brought the gold to King Bimbisara, the king of Rajgir. Then the king established the couple as millinairs of the city, called Punna Sethi (Millionaire Punna). Colophon: Folio 14 on the recto side: Sangkat (CS) 1237, a hap khai year, the fifth day of the waning moon of the fourth lunar month, a huang sai day, the writing was accomplished at the time of tut sai (between 12.00–13.30 o’clock). Chao Hua Mahamunti and his wife together with all their children, grandchildren and relatives had the religious faith to sponsor the making of this manuscript entitled Khithai koet pen kham to support the Teachings of the Buddha to last until the end of 5000 years. May our wishes and desires come true. Amen, amen! Nibbāna is the greatest bliss.

Extent: 1 palm-leaf manuscript containing 14 leaves.

Size and dimensions of original material: Hight 5.5 cm, width 59 cm, depth 0.6 cm.

Condition of original material: Good.

Alternative calendar and date: Lao, CS 1237, a hap khai year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.11.