ເນື້ອໃນພັນລະນາພຸດທະຄຸນ ໙ ປະການ ໄດ້ແກ່ ໑. ອະຣະຫັງ ເປັນຜູ້ໄກຈາກກິເລດ, ໒. ສໍາມາສໍາພຸດ ເປັນຜູ້ຕັດສະຮູ້ຊອບດ້ວຍພະອົງເອງ, ໓. ວິຊາຈາຣະນະສໍາປັນໂນ ເປັນຜູ້ເຖິງພ້ອມດ້ວຍວິຊາແລະຈາລະນະ, ໔. ສຸຄະໂຕ ເປັນຜູ້ສະເດັດໄປດີແລ້ວ, ໕. ໂລກະວິທູ ເປັນຜູ້ຮູ້ແຈ້ງແກ່ໂລກ, ໖. ອະນຸດຕະໂຣ ປຸຣິສະທໍາມະສາຣະຖີ ເປັນຜູ້ທີ່ສາມາດຝຶກບຸລຸດທີ່ສົມຄວນຝຶກໄດ້ດີແລ້ວ ບໍ່ມີໃຜຍິ່ງໄປກວ່າ, ໗. ສັດຖາ ເທວະມະນຸດສານັງ ເປັນສາດສະດາຂອງເທວະດາແລະມະນຸດທັງຫລາຍ, ໘. ພຸດໂທ ເປັນຜູ້ຕື່ນ ຜູ້ເບີກບານ, ໙. ພະຄະວາຕິ ເປັນຜູ້ມີຄວາມຈໍາເລີນ ຊົງຈໍາແນກແຈກແຈງທໍາແລ້ວ. ຄໍາລົງທ້າຍ: ລານທີ ໒໖ ໜ້າ ໒: ອະທິບາດປັກກະຕິມາດ ສັງກາດຣາຊະໄດ້ ໑໒ ຮ້ອຍ ໙໐໑໐ (ກົງກັບ ຈ.ສ.໑໒໙໑) ຕົວ ປີກັດໃສ້ ເດືອນ ໑໒ ຂຶ້ນ ໒ ຄໍ່າ ພໍ່າວ່າໄດ້ ວັນ ຣິດຈະນາແລ້ວຍາມກອງແລງ ໝາຍມີມູນລະສັດທາ ຊື່ວ່າ ອ້າຍນ້ອຍແລະສາວຈັນ ເປັນສັດທາ ລູກເຕົ້າຊູ່ຄົນຈິ່ງພ້ອມກັນມີໃຈໃສສັດທາເປັນອັນຍິ່ງ ຈິ່ງມາສ້າງໜັງສື ພຸດທະຄຸນຫລວງ ຜູກນີ້ ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພັນວັດສາ. ຂໍໃຫ້ຜູ້ຂ້າໄດ້ເຂົ້າສູ່ນີຣະພານເປັນທີ່ແລ້ວຢ່າຄາດຢ່າແຄ້ວດັ່ງຄໍາມັກຄໍາປາດຖະໜາແດ່ກໍ່ຂ້າເທີ້ນ ສາທຸ ສາທຸ ອະນຸໂມທາມິ ນິບພານະ ປັດຈະໂຍ ໂຫນຕຸ ເມ ທຸວັງ ທຸວັງ.
The content describes the nine qualities of the Buddha including 1. Arahaṃ, the accomplished one, 2. Sammasambuddho, the perfectly enlightened one, 3. Vijja carana sampanno, the endowed one with knowledge and conduct, 4. Sugato, the well-gone one, 5. Lokavidu, the knower of the wolrds, 6. Anuttara purisa dhamma sarathi, the incomparable leader of men to be tamed, 7. Sattha deva manussanam, the teacher of celestials and human beings, 8. Buddho, the enlightened one, and 9. Bhagavati, the blessed one. Colophon: Folio 26 on the verso side: Sangkat 12 hundred 9010 (corresponding with CS 1291), a kat sai year, on the second day of the waxing moon of the twelfth lunar month, the writing was accomplished at the time of kòng laeng (between 13.30–15.00 o’clock). The initiator, Ai Noi and his wife, Sao Chan together with all her children had the ardent religious faith to sponsor the making of this manuscript entitled Phutthakhun Luang (Great virtues of the Buddha) to support the Teachings of Gotama Buddha to last until the end of 5000 years. May we reach Nibbāna as the ultimate goal. May my wishes and desries not be ignored. Amen, amen! I rejoice with. May this be a condition for me to reach Nibbāna certainly.
Extent: 1 palm-leaf manuscript containing 22 leaves.
Size and dimensions of original material: Hight 5.1 cm, width 59.2 cm, depth 1 cm.
Condition of original material: Good.
Alternative calendar and date: Lao, CS 1291, kat sai year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Glass Cabinet No.5.
