ໃນສະໄໝພຸດທະການ ພະເຈົ້າພິມພິສານແຫ່ງເມືອງຣາຊະຄຶ ໄດ້ອາລາທະນານິມົນ ພະພຸດທະເຈົ້າພ້ອມດ້ວຍພິກຂຸໃຫ້ສະເດັດໄປປະທັບທີ່ສວນໄຜ່ຊື່ວ່າເວລຸວັນ ເມືອງຣາຊະຄຶ ແລ້ວຖວາຍທານ. ຕໍ່ມາ ພະອົງໄດ້ຖວາຍສວນໄມ້ໄຜ່ນັ້ນແກ່ພະພຸດທະເຈົ້າ ໃນສະຖານທີ່ນັ້ນມີມະຫາວິຫານ ບັນຈຸພະພິກຂຸໄດ້ ໑໐໐໐ ອົງ. ພະເຈົ້າພິມພິສານກໍ່ໄດ້ທໍາບຸນໃຫ້ທານທຸກວັນ. ຄືນໜຶ່ງ ໃນຂະນະທີ່ພະເຈົ້າພິມພິສານກໍາລັງຈະບັນທົມກໍໄດ້ຍິນສຽງອັນແປກປະຫລາດ ຮ້ອງໂຫຍຫວນ ພະອົງກໍ່ຕົກພະໄທ(ຕົກໃຈ) ເພາະບໍ່ເຄີຍໄດ້ຍິນສຽງແບບນີ້ມາກ່ອນ. ເມື່ອຕື່ນເຊົ້າ ກໍ່ສະເດັດໄປເຂົ້າເຝົ້າພະພຸດທະເຈົ້າແລະທູນຖາມພະພຸດທະອົງວ່າ “ເປັນສຽງອັນໃດທີ່ແປກປະຫລາດເມື່ອຄືນນີ້?” ພະພຸດທະອົງຈຶ່ງຕັດວ່າ ສຽງທີ່ໄດ້ຍິນນັ້ນ ເປັນສຽງຜີເຜດຂອງຍາດຕິພີ່ນ້ອງພະເຈົ້າພິມພິສານ ພະພຸດທະອົງຊົງເທດສະໜາແນະນໍາໃຫ້ພະເຈົ້າພິມພິສານຢາດນໍ້າ ອຸທິດສ່ວນບຸນ ສ່ວນກຸສົນໄປໃຫ້ຜີເຜດເຫລົ່ານັ້ນ ຈຶ່ງພົ້ນຈາກອັດຕະພາບຄວາມເປັນເຜດທັນທີ. ຄໍາລົງທ້າຍ: (໑) ລານທີ ໙ ໜ້າ ໑: ຈານສຸກ ເມືອງຫລວງ ຜູ້ຂຽນ ເດືອນຈຽງ ຂຶ້ນ ໗ ຄໍ່າ ຣິດຈະນາແລ້ວ ຂຽນຢູ່ພະບາດໂພນຄ້ອງນາຄາ ສອງພັນ ໕ ຮ້ອຍ ໑໑ (ກົງກັບ ພ.ສ. ໒໕໑໑). (໒) ລານທີ ໙ ໜ້າ ໒: ນາງຕິບ ທິດເພັງ ບ້ານສັງຄະໂລກສ້າງ ວິບາກເຜັດ ກັນທີ ໒ ຂະນ້ອຍຂໍນາບຸນສ່ວນນີ້ ຈົ່ງບັນດານໃຫ້ຂະນ້ອຍໄດ້ເຖິງສຸກ ໓ ປະການນີຣະພານເປັນທີ່ຢູ່ກໍ່ຂ້າເທີ້ນ. ນິບພານະ ປັດຈະໂຍ ໂຫນຕຸ.
In the Buddha’s time, King Bimbisara built the monastery and abodes in his bamboo garden called Veluvana Rajgir city and offered the monastery and garden to the Buddha and monks. One night, while the king was sleeping heard strange noise which made him frieghtened. In the coming morning, the king asked the Buddha about the voice. The Buddha explained him that was the voice of spirits who were ever his relatives in the past existence. Later, the Buddha adviced the king to make merit and dedicate the results of merit to them. Colophons: (1) Folio 9 on the recto side: Chan (ex-monk) Suk from Luang Prabang is the scribe. The writing was accomplished on the seventh day of the waxing moon of the second lunar month, at the monastery of Phonkhong Naga. Two thousand 5 hundred and 11 (corresponding with BE 2511). (2) Folio 9 on the verso side: Nang Tip and her husband Thit (ex-monk) Pheng from the village of Sangkhalok sponsored the making of this manuscript entitled Vibak Phet (Consequence of the ghosts), the second episode. May the results of this merit support us to reach the three states of happiness with Nibbāna as our residence. May this be a condition to reach Nibbāna.
Extent: 1 palm-leaf manuscript containing 9 leaves.
Size and dimensions of original material: Hight 4.5 cm, width 51 cm, depth 0.4 cm.
Condition of original material: Good.
Alternative calendar and date: Lao, BE 2511. a year
Author(s)/Creator(s): Unidentified.
Scribe(s): Chan Suk.
Original institution reference: Manuscript Chest No.4.
