ວິສຸດທິມັກຄະຜະລະ (ຜູກ ໘)

ເນື້ອໃນວ່າດ້ວຍເລື່ອງອະຣິຍະບຸກຄົນ ໗ ຈໍາພວກ ຄື ບຸກຄົນຜູ້ປະເສີດ ໄດ້ແກ່ບຸກຄົນຜູ້ຂ້າມພົ້ນຄວາມເປັນປຸຖຸຊົນໄດ້ແລ້ວ ຊຶ່ງໄດ້ບັນລຸທໍາຂັ້ນສູງໃນພະພຸດທະສາສະໜາ ຕັ້ງແຕ່ໂສດາບັນຈົນເຖິງພະອໍລະຫັນ ໄດ້ແກ່: ໑. ອຸພະໂຕພາຄະວິມຸດ ຜູ້ຫລຸດພົ້ນທັງສອງສ່ວນ. ໒. ປັນຍາວິມຸດ ຜູ້ຫລຸດພົ້ນດ້ວຍປັນຍາ. ໓. ກາຍະສັກຂີ ຜູ້ເປັນພະຍານດ້ວຍນາມກາຍ. ໔. ທິດຖິປປັດຕະ ຜູ້ບັນລຸສໍາມາທິດຖິ. ໕. ສັດທາວິມຸດ ຜູ້ຫລຸດພົ້ນດ້ວຍສັດທາ. ໖. ທໍາມານຸສາຣີ ຜູ້ແລ່ນໄປຕາມທໍາ. ໗. ສັດທານຸສາຣີ ຜູ້ແລ່ນໄປຕາມສັດທາ. ຄໍາລົງທ້າຍ: ລານທີ ໓໐ ໜ້າ ໑: ວິສຸດທິມັກຮອມ ຜູກ ໘ ມູນລະສັດທາແສນພົມດວງສີ ໂຄມຂວາງ ໄດ້ສ້າງໄວ້ກັບສາສະໜາ ແມ່ນກຸລະບຸດເຈົ້າຕົນໃດໄດ້ເທດສະໜາເຂົ້າໃຈເອົາ ຂໍໃຫ້ອານິສົງສະມາຄໍ້າຊູຂ້າພະເຈົ້າຂໍໃຫ້ໄດ້ເຂົ້າ[ສູ່]ພະນິບພານກໍ່ຂ້າເທີ້ນ.

The text tells about Ariyapuggala, the noble individuals consist of seven types as following: 1. Ubhatobhagavimutti: one liberated in both ways. 2. Pannavimutti: one liberated by understanding. 3. Kayasakkhi: the body-witness. 4. Ditthippatta: one attained to right view. 5. Saddavimutti: one liberated by faith. 6. Dhammanusari: the truth-devotee. 7. Saddhanusari: the faith-devotee. Colophon: Folio 30 on the recto side: Visuddhimagga hòm (Visuddhimagga in brief), fascicle 8, the initiator, Saen Phom Duangsi from Khom Khwang village made to support the Teachings of the Buddha. Any ordained person who preaches this text, please understand it. May the results support me to reach Nirvana, definitely.

Extent: 1 palm-leaf manuscript containing 29 leaves.

Size and dimensions of original material: Hight 4.3 cm, width 58 cm, depth 1.1 cm.

Condition of original material: Good.

Scribe(s): Unidentified.

Original institution reference: Manuscript Cabinet No.1.