ໂລກະບັນຍັດຕິ (ຜູກ ໓)

ຄໍາພີໂລກບັນຍັດຕິ ເນື້ອໃນທັງໝົດຂຽນເປັນພາສາບາລີ ແຕ່ງໂດຍພະສັດທໍາມະໂຄສະເຖລະ ແບ່ງອອກເປັນ ໑໖ ກັນ ໄດ້ແກ່: ກັນທີ ໑ ວ່າດ້ວຍ ສາເຫດແຜ່ນດິນໄຫວ. ກັນທີ ໒ ວ່າດ້ວຍ ຕົ້ນໄມ້ ແລະຄວາມໝາຍຂອງຊົມພູທະວີບ. ກັນທີ ໓ ວ່າດ້ວຍ ຊົນນະບົດໃຫຍ່ ໖ ຊົນນະບົດ. ກັນທີ ໔ ຕອນຕົ້ນ ວ່າດ້ວຍ ຍັກ ແລະຕອນປາຍວ່າດ້ວຍ ການກໍາເນີດອະສູນ. ກັນທີ ໕ ວ່າດ້ວຍ ຊ້າງ, ພູເຂົາແລະຕົ້ນໄມ້ຕ່າງໆ. ກັນທີ ໖ ວ່າດ້ວຍ ທະວີບໃຫຍ່ທັງ ໔. ກັນທີ ໗ ວ່າດ້ວຍ ພູເຂົາ. ກັນທີ ໘ ວ່າດ້ວຍ ເທວະດາແລະສິ່ງທີ່ຢູ່ໃນເທວະໂລກ. ກັນທີ ໙ ວ່າດ້ວຍ ພະຈັນແລະພະອາທິດ, ກັນທີ ໑໐ ວ່າດ້ວຍກາງເວັນແລະກາງຄືນ, ກັນທີ ໑໑ ຕອນຕົ້ນ ວ່າດ້ວຍ ສັດຜູ້ເກີດໃນນະຮົກແລະເທວະໂລກ ແລະຕອນປາຍ ວ່າດ້ວຍ ຄວາມເສື່ອມແລະຄວາມຈະເລີນຂອງກັບ. ກັນທີ ໑໒ ວ່າດ້ວຍ ອາຍຸຂອງສັດໃນມະນຸດສະໂລກ, ອະບາຍຍະພູມແລະເທວະໂລກ. ກັນທີ ໑໔ ວ່າດ້ວຍ ນະຮົກໃຫຍ່ ໘ ຂຸມ. ກັນທີ ໑໕ ຕອນຕົ້ນ ວ່າດ້ວຍ ເຜດ ແລະຕອນປາຍ ວ່າມະນຸດສະໂລກແລະເທວະໂລກສະຫຼາຍ. ກັນທີ ໑໖ ຕອນຕົ້ນ ວ່າດ້ວຍ ສັດເດຍລະສານ ແລະຕອນປາຍ ວ່າດ້ວຍຄວາມປ່ຽນແປງຂອງໂລກ. ຄໍາລົງທ້າຍ: ລານທີ ໒໖ ໜ້າ ໒: ຈຸນລະສັງກາດ ໑໘໒ (ກົງກັບ ຈ.ສ. ໑໑໘໒) ຕົວ ປີກົດສີ ເດືອນ ໗ ແຮມ ໗ ຄໍ່າ ວັນ ໗ ມື້ເປິກສັນ ອັກຄະວໍຣາຊະຄູເຈົ້າວັດໂພນແກ້ວ ນໍາສຸວັນະຣະຊະຕະມາກາບຖວາຍພະບາດສົມເດັດບໍຣົມມະນັດຖາບໍຣົມບໍພິດຕະເຈົ້າໃນມະຫານະຄອນກຸງຈັນທະບຸຣິສ້າງ ພະໄຕຍະປິດົກ ເມືອອຸປັດຖໍາພະສາສະໜາ ນະເມືອງຫລວງພະບາງຣາຊະທານີ ຣິດຈະນາແລ້ວຍາມກອງງາຍ.

The Scripture of Lokapaññatti with the whole text of written in Pali, composed by Phra Saddhammaghosa Thera, and divided into 16 chapterss as follows: Chapter 1: on the causes of earthquakes. Chapter 2: on trees and the meaning of the continent. Chapter 3: on the 6 big countries. Chapter 4: the beginning part is on the giants and the last part on the origin of demons. Chapter 5: on the elephants, mountains and trees. Chapter 6: on the 4 big continents. Chapter 7: on the mountains. Chapter 8: on the angels and things in the heavens. Chapter 9: on the moon and the sun, Chapter 10: on the day and the night, Chapter 11: the beginning in on the beings going to hells and heavens, and the last on the decay and prosperity of eons. Chapter 12: on the age of beings in the human world, hells and heavens. Chapter 14: on the 8 big hells. Chapter 15: The beginning is on the peta and the last is about the human world and the divine world crumble. Chapter 16: the beginning is about the beasts and the last is about the change of the world. Colophon: Folio 26 on the verso side: In Chunlasangkat 182 (corresponding with CS 1182), a kot si year, on the seventh day of the waning moon of the seventh lunar month, the seventh day of the week (Saturday), a poek san day. Akkhavòrarasakhuchao (Great Abbot) from Vat Phon Kaeo offered gold and silver to His Majesty King of the kingdom of Chanthaburi in order to sponsor the making of the manuscripts of Tipitaka and to support the Teachings of the Buddha in Luang Prabang. The writing of this manuscript was accomplished at the time of the kòng ngai (between 7.30–9.00 o’clock).

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.6 cm, width 53.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1182, a kot si year

Author(s)/Creator(s): Phra Saddhammaghosa Thera.

Scribe(s): Unidentified.

Original institution reference: Manuscript Cabinet No.1.