ວາມະທັນຕະທາດ ໝາຍເຖິງ ແຂ້ວເບື້ອງຊ້າຍ ກ່າວເຖິງ ນັບຕັ້ງແຕ່ພະພຸດທະອົງ ຊົງຕັດສະຣູ້ພະອະນຸຕະຣະສໍາມາສໍາໂພທິຍານ ພະພຸດທະອົງຊົງສອນໂພດເວໄນຍະສັດທັງຫລາຍ ຕະຫຼອດ ໔໕ ພັນສາ ຈົນມີພະຊົນມາຍຸ ໘໐ ພະພັນສາ ຈຶ່ງສະເດັດຈາກພະເຊຕະວັນໄປຍັງເມືອງກຸສິນາຣາ ແລ້ວສະເດັດດັບຂັນພະປະຣິນິບພານທີ່ນັ້ນ. ຫຼັງຈາກນັ້ນ ບັນດາພະຍາມັນລະທັງຫຼາຍທັງ ໗ ຫົວເມືອງ ໄດ້ມາເມືອງກຸສິນາຣາ ເພື່ອນໍາເອົາພະສາຣີຣິກະທາດຂອງພະພຸດທະເຈົ້າໄປເມືອງຂອງຕົນ ຈຶ່ງເກີດມີການແຍ້ງຊີງກັນ. ໃນຂະນະນັ້ນ ມີພາມຜູ້ໜຶ່ງຊື່ວ່າ ໂທນະພາມ ອັນເປັນທິສາປາໂມກ ຄືເປັນອາຈານສອນສາດຕະສີນໃຫ້ແກ່ທ້າວພະຍາທັງຫລາຍໃນຊຸມພູທະວີບທັງມວນ ຈຶ່ງໄດ້ສົ່ງສຽງຮ້ອງຫ້າມປາມບໍ່ໃຫ້ພະຍາທັງຫລາຍທີ່ເປັນລູກສິດຜິດຖຽງກັນ ຈຶ່ງໄດ້ແບ່ງພະສາຣີຣິກະທາດໃຫ້ແກ່ທ້າວພະຍາທັງ ໗ ຕົນນັ້ນ. ເມື່ອພະຍາເຫລົ່ານັ້ນໄດ້ພະສາຣີຣິກະທາດຕາມຄວາມປະສົງແລ້ວກໍພາກັນກັບໄປສ້າງພະເຈດີບັນຈຸພະສາຣີຣິກະທາດໄວ້ຍັງບ້ານເມືອງຂອງຕົນ ເພື່ອໄວ້ເປັນທີ່ສັກກາລະບູຊາ. ຄໍາລົງທ້າຍ: ລານທີ ໒໓ ໜ້າ ໑: ຈຸນລະສັງກາດຣາຊາໄດ້ ຮ້ອຍ ໙໐໒ (ກົງກັບ ຈ.ສ. ໑໑໙໒) ຕົວ ປີກົດຍີ່ ເດືອນ ໙ ແຮມ ໑໑ ຄໍ່າ ພໍ່າວ່າໄດ້ວັນ ໑ ມື້ຮ້ວງເໝົ້າ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ກວານຄົວ ຜົວເມຍ ລູກເຕົ້າຊູ່ຄົນ ພ້ອມກັນສ້າງ ລໍາວາມັດທະຕະທາດ ໄວ້ເທົ້າ ໕ ພັນວັດສາ ຂໍໃຫ້ໄດ້ຄໍາປາດຖະໜາທັງຜູ້ຣິດຈະນາໃຫ້ແລ້ວ ດັ່ງຄໍາມັກຄໍາປາດຖະໜາກໍ່ຂ້າເທີ້ນ ສາທຸ ສາທຸ ທຸວັງ.
Vama Danta Dhatu means the left tooth of the Buddha tells the story of the Buddha since he had attained enlightenment and disseminated his teachings for 45 years. When he was 80 years old, he left the Jetavana monastery to Kusinara and passed away there. Thereafter seven Malla kings came to Kusinara for bringing the Buddha’s relics to their kingdom. But they were rapping the relics. At the time, Dona Brahmin who was the kings’ teacher stopped the fighting among his disciples and divided the relics to the seven kings. Then they brought the relics to their kingdoms and created stupas for enshrining the relics to worship. Colophon: Folio 23 on the recto side: Chunlasangkatrasa one hundred and 902 (corresponding with CS 1192), a kot nyi year, on the eleventh day of the waning moon of the ninth lunar month, the first day of the week (Sunday), a huang mao day, the writing was accomplished at the time of kòng ngai (between 7.30–9.00 o’clock). Kwan Khua and her husband together with all their children jointly sponsored the making of this manuscript entitled Lam Vamatthata That (Preaching on the Tooth Relics of the Buddha) for 5000 years. May all our wishes and desires come true. Sadhu, sadhu.
Extent: 1 palm-leaf manuscript containing 24 leaves.
Size and dimensions of original material: Hight 4.6 cm, width 55.5 cm, depth 0.9 cm.
Condition of original material: Good.
Alternative calendar and date: Lao, CS 1192, a kot nyi year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.01.
