ກ່າວເຖິງ ພະມະຫາໂມກຄັນລານະເຖລະ ໄດ້ເຫັນຜີເຜດຕົນໜຶ່ງທີ່ພູເຂົາຄິດຊູກູດ ກໍາລັງໄດ້ຮັບຄວາມທຸກທໍລະມານ ມີກ້ອນເຫຼັກແດງຕົກລົງມາຖືກຫົວວັນລະ ໓ ເທື່ອ, ເທື່ອລະ ໖ ໝື່ນກ້ອນ ຄື ໃນຕອນເຊົ້າ, ຕອນທ່ຽງ ແລະຕອນຄໍ່າ. ພະເຖລະຈຶ່ງເຂົ້າໄປຖາມຫາສາເຫດທີ່ເກີດມາເປັນເຜດທີ່ໄດ້ຮັບຄວາມທຸກທໍລະມານແບບນັ້ນ ເຜດຕົນນັ້ນໄດ້ຕອບວ່າ ເມື່ອເປັນມະນຸດຢູ່ເມືອງຣາຊະຄຶ ວັນໜຶ່ງ ຜູ້ຂ້າ ໄດ້ພົບພະປັດເຈກກະພຸດທະເຈົ້າ ກໍາລັງນັ່ງພາວະນາຢູ່ທີ່ດອຍຄິດຊະກູດແຫ່ງນີ້ ໄດ້ກິ່ງກ້ອນຫີນໃສ່ຫົວພະປັດເຈກກະພຸດທະເຈົ້າຈົນທ່ານນິບພານໄປ ດ້ວຍວິບາກກໍາອັນນັ້ນ ຜູ້ຂ້າຈຶ່ງໄດ້ຕົກອະເວຈີນະຮົກ ໕໐໐ ຊາດ. ເມື່ອອອກຈາກນະຮົກແລ້ວ ດ້ວຍເສດກໍາອັນນັ້ນ ຈຶ່ງໄດ້ມາເປັນເຜດແລະໄດ້ຮັບຄວາມທໍລະມານຢູ່ທີ່ນີ້. ຄໍາລົງທ້າຍ: ລານທີ່ ໑໓ ໜ້າ ໑: ມູນລະສັດທາໝາຍມີ ເຈົ້າໝ່ອມເປົ້າ ເປັນເຈົ້າສັດທາ ແລະມີພໍ່ແມ່ພີ່ນ້ອງ ລູກຫລານຊູ່ຄົນ ຈຶ່ງສ້າງ ວັດຖຸເຜດ ຜູກນີ້ໄວ້ກັບສາສະໜາພະໂຄຕະດົມເຈົ້າ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ກໍ່ຂ້າເທີ້ນ. ສຸດທິນັງ ວັດຕະ ເມ ທານັງ ນິບພານັງ ປະຣະມັງ ສຸກຂັງ ນິດຈັງ ນິດຈັງ ທຸວັງ ທຸວັງ.
The text tells about Venerable Maha Moggalana Thera saw a ghost who was suffering from a red iron lump falling on his head 3 times a day, each time 60 thousand lumps in the morning, noon and evening. The Venerable then went in to ask the cause of such suffering. The ghost answered that when he was a human being in the city of Rajagaha. One day, he found a Pacceka Buddha practicing meditation at this mount of Gijjhakuta. He threw stones on the Pacceka Buddha's head until he passed away. Due to the results of bad deed, after the death, I went to Avici hell for 500 existences. After coming out of the hell, the fraction of the bad deed made me suffer here. Colophon: Folio 13 on the recto side: Chao Mom (Monk) Pao together with all his parents, relatives, children and grandchildren sponsored the making of this manuscript entitled Vatthu phet to support the Teachings of the Buddha to last until the end of 5000 years. May this gift of mine be a condition for me to reach Nibbāna which is the greatest bliss constantly and certainly.
Extent: 1 palm-leaf manuscript containing 15 leaves.
Size and dimensions of original material: Hight 4.5 cm, width 56.2 cm, depth 0.7 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.11.
