ມະຫາວິບາກນ້ອຍ

ມະຫາວິບາກ ໝາຍເຖິງ ວິບາກກໍາອັນໃຫຍ່ ກ່າວເຖິງ ເຜດທີ່ກິນຄູດມູດ(ຂີ່ຍ່ຽວ)ເປັນອາຫານ ດ້ວຍຜົນກໍາອັນຊົ່ວ ທີ່ຕົນໄດ້ກະທໍາໄວ້ໃນເວລາເປັນມະນຸດ. ໃນສະໄໝໜຶ່ງ ພະພຸດທະເຈົ້າປະທັບຢູ່ວັດເຊຕະວັນ ເມືອງສາວັດຖີ ຊົງປາລົບເຖິງ ເປສະກາຣະເຜດ ຈຶ່ງຕັດເທສະໜາທໍາດວງນີ້. ມີພິກຂຸຕົນໜຶ່ງໄດ້ພົບເຫັນເຜດຕົນໜຶ່ງທີ່ກິນມູດຄູດເປັນອາຫານ ແລ້ວໄປຂາບທູນພະພຸດທະເຈົ້າ ພະພຸດທະອົງຈຶ່ງຕັດວ່າ ໃນເວລາມີຊີວິດຢູ່ ເປສະກາຣະເຜດຕົນນັ້ນ ໄດ້ເປັນເມຍຂອງນາຍຊ່າງຫູກ ເປັນຄົນຂີ້ຖີ່ ບໍ່ໃຫ້ທານ ເມື່ອເຫັນສາມີທີ່ເປັນຊ່າງຫູກໃຫ້ທານອາຫານແລະຜ້າແພແກ່ພິກຂຸສອງຕົນທີ່ຈໍາວັດສາຢູ່ໃນເຮືອນຂອງຕົນ ກໍ່ປ້ອຍດ່າວ່າ ເຈົ້າຈົ່ງກິນຄູດ, ມູດ, ເລືອດ ແລະໜອງເຊິ່ງເປັນຂອງທີ່ບໍ່ສະອາດທຸກເມື່ອ ແຕ່ເມື່ອຜູ້ເປັນສາມີຕາຍໄປກໍ່ໄປເກີດເປັນເທວະບຸດຢູ່ໃກ້ທາງຫຼວງແຫ່ງໜຶ່ງ. ສ່ວນພັນລະຍານັ້ນ ເມື່ອຕາຍກໍ່ໄປເກີດເປັນເຜດຢູ່ທີ່ກົກໄມ້ຕົ້ນໜຶ່ງໃກ້ເທວະບຸດຕົນເປັນສາມີນັ້ນ. ເຜດຕົນນັ້ນມີອາຫານອັນເປັນຄູດແລະມູດເປັນອາຫານ. ຄໍາລົງທ້າຍ: ລານທີ ໑໑ ໜ້າ ໑: ພຸດທະສັງກາດ ໒໕໐໐ ຕົວປີເຕົ່າຍີ່ ຣິດຈະນາແລ້ວ ເດືອນ ໑໒ ແຮມ ໘ ຄໍ່າ ວັນອັງຄານ ຍາມເຊົ້າ ໝາຍມີເຈົ້າມູນລະສັດທາຊື່ວ່າ ນາງສາຍຊູນີ ບ້ານວຽງໄຊ ໄດ້ສ້າງໜັງສື ມະຫາວິບາກນ້ອຍ ຜູກນີ້ໄວ້ກັບສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂ້າພະເຈົ້າ ຂໍອຸດທິດສະບຸນກຸສົນທີ່ໄດ້ສ້າງໜັງສືຜູກນີ້ ຈົ່ງໄປນໍາຄໍ້າຊູຜູ້ຊື່ວ່າ […]. ຂໍໃຫ້ຜູ້ຊື່ວ່າ […] ນີ້ ຈົ່ງໄດ້ໄປຊູ່ທີ່ດີມີສຸກດ້ວຍເທີ້ນ ສ່ວນຂ້າພະເຈົ້າຜູ້ເປັນສັດທາສ້າງໜັງສືນີ້ ຂໍໃຫ້ຂ້າພະເຈົ້າໄດ້ສົມບັດສຸກ ໓ ປະການມີນີພານເປັນທີ່ແລ້ວກໍ່ຂ້າເທີ້ນ ນິບພານະ ປັດຈະໂຍ ໂຫຕຸ.

Mahavibak or Mahāvipāka means the great results refers to a peta (hungry ghost) who eats urine and excrement due to the results of her bad deeds conducted during a lifetime. On one occasion, the Buddha was residing at the Jetavana Monastery in Savatthi, the Buddha spoke about a peta named Pesakara and preached this sermon. A monk who saw the peta eating urine and excrement as food informed the Buddha. The Buddha said, during the lifetime Pesakara peata was a weaver’s wife. She was stingy and did not give offerings. When she saw her husband offering food and robes to two monks who stayed at their house during the Buddhist Lent, she cursed and stepped on him that you should eat the excrement, the urine, the blood, and the pus which are unclean at all time. After death, the husband was reborn as a deity living nearby a main road, and the wife was reborn as a peta living nearby him. The peta had the excrement and urine as food. Colophon: Folio 11 on the recto side: Buddhist Era (BE) 2500, a tao nyi year, the eighth day of the waning moon of the twelfth lunar month, a Tuesday, the writing was accomplished in the morning. The initiator, Nang Saisuni sponsored the making of this manuscript entitled Maha Vibak Nòi (Great consequence) to support the Teachings of Gotama Buddha to last until the end of 5000 years. I dedicated the results of this merit to support one who passed away, may […] go to be reborn a good place. For me who is the sponsor, may I obtain the states of happiness with Nibbāna as the ultimate goal. May this be a condition to reach Nibbāna.

Extent: 1 palm-leaf manuscript containing 12 leaves.

Size and dimensions of original material: Hight 4.9 cm, width 52 cm, depth 0.9 cm.

Condition of original material: Good.

Alternative calendar and date: Lao, BE 2500, a moeng hao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.4.