ໃນອະດີດຕະການ ຍັງມີກຸມມາລີ ໓ ເອື້ອຍນ້ອງ ຊຶ່ງເປັນກໍາພ້າແລະທຸກໄຮ້ເຂັນໃຈ ອາໄສຢູ່ໃນເມືອງພາຣານະສີ. ເມື່ອກຸມມານລີທັງ ໓ ເອື້ອຍນ້ອງໃຫຍ່ຂຶ້ນມາຜູ້ເປັນເອື້ອຍກົກກໍ່ໄດ້ສົນທະນາກັບນ້ອງສາວທັງສອງວ່າ ທີ່ເຮົາເກີດມາທຸກໃນຊາດນີ້ເພາະເຮົາບໍ່ໄດ້ເຮັດບຸນກຸສົນໃນຊາດປາງກ່ອນ ດັ່ງນັ້ນ ຊາດນີ້ເຮົາຕ້ອງເຮັດບຸນສ້າງສົມພານໄວ້ເມື່ອເກີດຊາດໃຫມ່ໃນພາຍພາກໜ້າກໍ່ຈະບໍ່ໄດ້ເປັນຄົນທຸກ ຫຼັງຈາກສົນທະນາກັນແລ້ວ ທັງ ໓ ເອື້ອຍນ້ອງກໍ່ເຫັນດີເປັນເອກະພາບກັນວ່າຈະຕ້ອງເຮັດບຸນກຸສົນແລະສ້າງບາລະມີໄວ້ ຈຶ່ງພາກັນຕັດຜ້າສີຂາວແລ້ວຍ່ອມເປັນສີເຫຼືອງ ແລະກະກຽມໂພຊະນະອາຫານ ພ້ອມກັບແບ່ງໜ້າທີ່ກັນອອກໄປຊອກຫາເຂົ້າຕອກດອກໄມ້ຕ່າງໆ ເພື່ອມາບູຊາ ໂດຍຜູ້ເປັນເອື້ອຍກົກນັ້ນ ຊອກໄດ້ດອກບົວ ໕ ດອກ, ເອື້ອຍຜູ້ທີ່ ໒ ຊອກໄດ້ດອກຈໍາປາ ແລະນ້ອງຫຼ້າຊອກໄດ້ດອກມະລິ ຫຼັງຈາກນັ້ນຈຶ່ງໄດ້ນໍາເອົາວັດຖຸເຄື່ອງທານທັງຫລາຍເຫລົ່ານີ້ໄປຖວາຍໃຫ້ແກ່ພະພິກຂຸ ອັນເປັນສິດຂອງພະຕະຖາຄົດ ເມື່ອຖວາຍແລ້ວກຸມມານລີທັງ ໓ ກໍ່ໄດ້ຕັ້ງຈິດອະທິຖານຕາມຄວາມປາດຖະໜາຂອງຕົນ ແລະໄດ້ສໍາເລັດດັ່ງຄວາມປາຖະນາທຸກປະການ.
The story tells once upon a time, there were three sisters who were orphan and poor. They lived in Pharanasi city. When they all were grown up, the oldest sister talked to her sisters that we are poor in this life because we did not make merit in the previous lives. Therefore, we have to make much merit for our next lives. They agreed with her idea. One day, they prepared yellow robes, food and flowers. They went separately to find the flowers. The oldest sister found five lotuses. The second sister found two frangipanis, and the last sister found three mali (jasmine). Then they brought the things to the monastery and offered the robes, food and flowers to the Buddha and monks. They pray for their wishes may become true.
Extent: 1 palm-leaf manuscript containing 27 leaves.
Size and dimensions of original material: Hight 4. cm, width 57.4 cm, depth 1. cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.1.
