ໂຈຣະໂຕ (ຜູກຖ້ວນ ໓)

ໃນຄັ້ງນັ້ນອ້າຍຊຽງໂຈຣະໂຕ ໄດ້ເດີນທາງເລາະໄປຕາມປ່າ ຈົນໄປຮອດໝູ່ບ້ານແຫ່ງໜຶ່ງ ຊື່ວ່າ ບ້ານຕິດຊະຄາມ ຊຽງໂຈຣະໂຕກໍ່ໄດ້ນອນພັກຜ່ອນຢູ່ໃຕ້ຫົ່ມໄມ້ ໃກ້ໆກັບທ່ານໍ້າແຫ່ງໝູ່ບ້ານຕິດຊະຄາມ ໃນຂະນະທີ່ກໍາລັງນອນພັກຜ່ອນກໍ່ມີບັນດານາຍສະເພົາທັງຫລາຍ ມາຈາກເມືອງຈໍາປານະຄອນ ກໍ່ມາຈອດສະເພົາຢູ່ໃນທ່ານໍ້າແຫ່ງນັ້ນ ເມື່ອເວລາມືດຄໍ່າກໍ່ມີໂຈນ ມາເຜົາບ້ານຈົນໄໝ້ກ້ຽງໝົດ ນາຍບ້ານຈຶ່ງໄດ້ລະດົມກໍາລັງມາຈັບເອົາລູກຊາຍຂອງຫົວໜ້ານາຍສະເພົາ ພ້ອມກັບຢຶດຊັບສິນທັງໝົດ ເພາະຄິດວ່າເປັນໂຈນ ໂດຍກ່າວຫາວ່າ ຊຽງໂຈຣະໂຕວ່າເປັນຜູ້ຮ່ວມຂະບວນການ ຊຽງໂຈຣະໂຕ ຈຶ່ງຍິງປືນວິເສດໃສ່ບ້ານທີ່ໄຟໄໝ້ນັ້ນ ຈົນເຮັດໃຫ້ໝູ່ບ້ານແຫ່ງນັ້ນກັບຄືນມາເໝືອນດັ່ງເກົ່າ ຜູ້ເປັນນາຍບ້ານກໍ່ປື້ມປິຕິຍິນດີແລະຢາດກົວຕໍ່ບຸນບາລະມີຂອງຊຽງໂຈຣະໂຕ ຈຶ່ງໄດ້ຍົກລູກຂອງຕົນ ຊື່ວ່າ ນາງຄໍາຢາດ ໃຫ້ເປັນເມຍຂອງຊຽງໂຈຣະໂຕ ແຕ່ຊຽງໂຈຣະໂຕກໍ່ປະຕິເສດ ບໍ່ຍອມເອົານາງຄໍາຢາດ ເພາະຕົນຍັງຈະເດີນທາງໄກ.

Xiang Chorato travelled to a village named Tissakham. While he was lying down under a tree on the bank next to the village, where junks were mooring. At the night, a group of thieves set fire to the village. When the people came to the bank and saw Xiang Chorato there. They accused him as one of firemakers. Therefore, Xiang Chorato shot his magic gun into the burned village. Then all the burned houses revived, like before. Head of the village was afraid of the power of Xiang Chorato, so he presented his daughter named Nang Khamyat to Xiang Chorato as his wife.

Extent: 1 palm-leaf manuscript containing 28 leaves.

Size and dimensions of original material: Hight 4.7 cm, width 59.5 cm, depth 1.1 cm.

Condition of original material: Fragile.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.