ຈັນທະຄາດ (໕໐ ຊາດ, ມັດ ໓, ຜູກ ໒)

ເມື່ອສອງກຸມມານຈະເລີນໄວ ກໍ່ໄດ້ຫນີອອກຈາກບ້ານໄປຢູ່ໃນປ່າ ຈົນໄປຮອດເມືອງກາສີກໍ່ໄດ້ພົບພໍ່ຄ້າ ສະເພົາຄົນໜຶ່ງ ເຊິ່ງຜູ້ຄ້າສະເພົາຄົນນັ້ນຍັງມີລູກຊາຍຜູ້ໜຶ່ງໄດ້ເສຍຊີວິດຍ້ອນເສືອຂົບ ທັງສອງກຸມມານຈຶ່ງໄດ້ປິນປົວດ້ວຍຢາພື້ນເມືອງ ຈົນເຮັດໃຫ້ລູກຊາຍພໍ່ຄ້າສະເພົາຟື້ນຂຶ້ນມາ ດ້ວຍຄວາມດີໃຈຂອງພໍ່ຄ້າສະເພົາຈຶ່ງໃຫ້ສອງກຸມມານເປັນລູກຮັກຂອງຕົນ ແລະໃນຄັ້ງນັ້ນ ໃນເມືອງອິນທະປັດນະຄອນ ຍັງມີພະຍາພົມຈັກກະວັດຕິ ຊົງສະເຫວີຍຣາຊະສົມບັດປົກຄອງເມືອງແຫ່ງນັ້ນແລະມີພະມະເຫສີສີ ພະນາມວ່າ ພະນາງວິມາລາ ເກສາ ຕໍ່ມາພະນາງໄດ້ປະສູດຣາຊະທິດາຄົນໜຶ່ງ (ບໍ່ປາກົດຊື່) ຄັນເມື່ອດໍາລົງຊີບໄດ້ ໑໖ ປີຣາຊະທິດາກໍ່ໄດ້ເສຍຊີວິດດ້ວຍພະຍາດ ພໍ່ຄ້າສະເພົາຈຶ່ງໄປກາບທູນໃຫ້ພະຍາພົມຈັກກະວັດຕິຊົງຊາບວ່າຕົນ ມີລູກຊາຍ ສາມາດປິນປົວໄດ້ ເມື່ອພະຣາຊາຊົງຊາບ ຈຶ່ງອັນເຊີນໃຫ້ມາໃນຣາຊສໍານັກ ເມື່ອມາເຖິງກໍ່ໄດ້ປິນປົວ ຈົນຣາຊະທິດາໄດ້ຟື້ນຂຶ້ນມາ. ຄໍາລົງທ້າຍ: ລານທີ ໒໖ ໜ້າ ໑: ຈຸນລະສັງກາດຣາຊະໄດ້ ໑໒໙໔ ຕົວ ປີເຕົ່າສັນ ເດືອນ ໑໑ ຂຶ້ນ ໖ ຄໍ່າ ພໍ່າວ່າໄດ້ວັນ ໔ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ຣັດຕະນະປັນຍາ ເປັນເຄົ້າ ຈິ່ງໄດ້ສ້າງ ລໍາຈັນທະຄາດ ໄວ້ກັບສາສະໜາພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ. ຂໍຜົນອັນນີ້ເປັນປັດໄຈຍະແກ່ພະນີພານຕັດບ່ວງເບັນຈະມານຂາດໄດ້ຈົ່ງລຸພະນີພານດັ່ງຄໍາໝາຍແດ່ກໍ່ຂ້າເທີ້ນ ອະຣະຫັນຕີ ໂຫມິ ນິບພານະ ປັດຈະໂຍ ໂຫນຕຸ ໂນ ນິດຈັງ ທຸວັງ.

When two brothers, Suriyakhat and Chanthakhat wandered in the forest, they found a merchant whose son died by a tiger. The two brothers cured the boy and he revived. Therefore, the merchant accepted the two brothers as his step sons. Late, the merchant informed them to King Phommachak when a daughter of the king died. Then the king invited the two brothers to his palace for curing his daughter. Colophon: Folio 26 on the recto side: Chunlasangkatrasa (CS) 1294, a tao san year, on the sixth day of the waxing moon of the eleventh lunar month, the fourth day of the week (Wednesday), a huang khai day, the writing was accomplished at the time of kòng ngai (between 7.30–9.00 o’clock). The initiator, Rattanapannya sponsored the making of this manuscript entitled Lam Chanthakhāt (Story of Chanthakhat for preaching) to support the Teachings of the Buddha to last until the end of 5000 years. May the results of this merit be a condition for Nirvana and cut the five obstructions off and reach Nirvana as my wishes. Arahantī homi nibbāna paccayo honto no niccaṃ dhuvaṃ (May I obtain Arahantship. May this be a condition for us to reach Nirvana, constantly and certainly).

Extent: 1 palm-leaf manuscript containing 27 leaves.

Size and dimensions of original material: Hight 4.7 cm, width 57.5 cm, depth 1.1 cm.

Condition of original material: Good.

Alternative calendar and date: Lao, CS 1294, a tao san year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Cabinet No.1.