ພຣະຍະມະກະ (ຜູກຕົ້ນ)

ຍະມະກະ (ຄູ່) ເປັນຄໍາພີທີ່ ໖ ແຫ່ງພະອະພິທໍາ ເນື້ອຄວາມບາງສ່ວນເປັນບົດພາສາບາລີແລະບາງສ່ວນແປເປັນພາສາລາວ ເປັນການຍົກຫົວຂໍ້ທໍາຂຶ້ນວິນິດໄສດ້ວຍວິທີຖາມຕອບ ໂດຍຕັ້ງຄໍາຖາມຍ້ອນກັນເປັນຄູ່ໆ. ທໍາທີ່ເປັນຄູ່ ມີ ໑໐ ປະການ ເອີ້ນວ່າ ມູນລະຍະມະກະ ອັນປະກອບດ້ວຍ: ໑. ມູນລະຍະມະກະຄື ທໍາເປັນຄູ່ ອັນເປັນມູນ, ໒. ຂັນທະຍະມະກະ ຄື ທໍາເປັນຄູ່ຄື ຂັນ ໕ ປະການ, ໓. ອາຍະຕະນະຍະມະກະ ຄື ທໍາເປັນຄູ່ຄື ອາຍະຕະນະ ໑໒ ປະການ, ໔. ທາຕຸຍະມະກະ ຄື ທໍາເປັນຄູ່ຄື ທາດ ໑໘ ປະການ, ໕. ສັຈຈະຍະມະ ຄື ທໍາເປັນຄູ່ຄື ສັດຈະ ໔ ປະການ, ໖. ສັັງຂາຣາຍະມະກະ ຄື ທໍາເປັນຄູ່ ຄື ສັງຂານ ໓ ປະການ, ໗. ອະນຸໄສຍະມະກະ ຄື ທໍາເປັນຄູ່ຄືອະນຸໄສ ໗ ປະການ, ໘. ຈິດຕະຍະມະກະ ຄື ທໍາເປັນຄູ່ຄື ຈິດ ໔ ປະການ, ໙. ທໍາມະຍະມະກະ ຄື ທໍາທັງຫລາຍທີ່ເປັນກຸສົນແລະອະກຸສົນ, ໑໐. ອິນທະຣິຍະມະກະ ຄື ທໍາເປັນຄູ່ຄື ອິນຊີ ໒໒ ປະການ. ຄໍາລົງທ້າຍ: ລານທີ ໒໗ ໜ້າ ໑: ສັງກາດ ໑໒໕໖ ຕົວ ປີກາບສະງ້າ ເດືອນ ໑໐ ແຮມ ໑໐ ຄໍ່າ ມື້ຮ້ວງມົດ ວັນ ໑ ລິດຈະນາແລ້ວຍາມກອງງາຍ ໝາຍມີ ເຈົ້າຫົວສີນໍຣະຄຸດ ເປັນເຄົ້າກັບລູກເຕົ້າໝູ່ວົງສາສູ່ຄົນມີໃຈໃສສັດທາເປັນອັນຍິ່ງ ຈິ່ງໄດ້ພ້ອມກັນສ້າງ ອະພິທໍາມາ ໄວ້ກັບສາສະໜາ ຕາບຕໍ່ເທົ້າ ໕໐໐໐ ພະວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາທຸກເຍື່ອງທຸກປະການກໍ່ຂ້າເທີ້ນ ທຸວັງ ນິດຈັງ.

Yamaka (Book on Pairs) is the sixth book of the Abhidhamma. Some of the content is written in Pali and some in Lao tells about the raising of the topics of the Dhamma to diagnose by asking and answering questions in pairs. The Dhamma in pairs consists of ten items as following: 1. Mūla Yamaka: Pairs on roots 2. Khandha Yamaka: Pairs on the 5 aggregates 3. Āyatana Yamaka: Pairs on the 12 bases 4. Dhātu Yamaka: Pairs on the 18 elements 5. Sacca Yamaka: Pairs on the 4 Truths 6. Saṅkhāra Yamaka: Pairs on the 3 formations 7. Anusaya Yamaka: Pairs on the 7 latent states 8. Citta Yamaka: Pairs on the 4 consciousness 9. Dhamma Yamaka: Pairs on the Dhamma of wholesome and unwholesome 10. Indriya Yamaka: Pairs on the 22 faculties Colophon: Folio 27 on the recto side: Sangkat (CS) 1256, a kap sanga year, on the tenth day of the waning moon of the tenth lunar month, a huang mot day, the first day of the week (Sunday), the writing of this manuscript was accomplished at the time of kòng ngai (between 7.30–9.00 o’clock). The initiator, Chao Hua Si Nòrakhut and all his children and relatives had the ardent religious faith to sponsor the making of this manuscript entitled Abhidhamma to support the Teachings of the Buddha to last until the end of 5000 years. May our wishes and desires come true, certainly and constantly.

Extent: 1 palm-leaf manuscript containing 28 leaves.

Size and dimensions of original material: Hight 4.4 cm, width 57.5 cm, depth 1 cm.

Condition of original material: Fragile.

Alternative calendar and date: Lao, CS 1256, a kap sanga year

Scribe(s): Unidentified.

Original institution reference: Manuscript Cabinet No.01.