ສັງກາດ ກ່າວເຖິງ ຄວາມເປັນໄປຂອງສາສະໜາຂອງພະພຸດທະເຈົ້າໂຄຕະມະເຮົານີ້ ເມື່ອລ່ວງໄປໄດ້ ໕໐໐ ປີ ຈະຫາພິກຂຸນີບໍ່ໄດ້, ເມື່ອລ່ວງໄປໄດ້ ໑,໐໐໐ ປີ ຈະບໍ່ມີພະອະຣະຫັນ ໃຫ້ກາບໄຫວ້, ເມື່ອລ່ວງ ໄປໄດ້ ໒,໐໐໐ ປີ ຈະຫານັກປາດຜູ້ສະຫຼຽວສະຫຼາດນັ້ນບໍ່ມີ, ເມື່ອລ່ວງ ໄປໄດ້ ໓,໐໐໐ ປີ ຈະຫາພະສົງໃຊ້ຈີວອນນັ້ນກໍບໍ່ມີ, ເມື່ອລ່ວງໄປໄດ້ ໔,໐໐໐ ປີ ຈະຫາວັນພະອຸໂບສົດນັ້ນບໍ່ໄດ້, ເມື່ອລ່ວງໄປໄດ້ ໕,໐໐໐ ປີ ຈະມີແຕ່ຜ້າເຫຼືອງນ້ອຍໆຫ້ອຍໄວ້ ສໍາຄັນວ່າເປັນສີຂອງສາສະໜາ. ເມື່ອສາສະໜາຂອງພະໂຄຕະມະພຸດທະເຈົ້າໄປລ່ວງໄປແລ້ບໍລິບູນ ພະສີອະຣິຍະເມດໄຕກໍ່ຈະເດັດລົງມາຈາກສະຫວັນຊັ້ນດຸສິດແລະມາອຸບັດຂຶ້ນໃນໂລກ ຕັດສະຮູ້ເປັນພະພຸດທະເຈົ້າໃນອະນາຄົດ. ຄໍາລົງທ້າຍ: ລານທີ່ ໑໔ ໜ້າ ໒: ຣິດຈະນາແລ້ວຍາມກອງງາຍ ໝາຍມີ ສົມເດັດດິດສະປັນຍາ ບ້ານຈ່ານໃຕ້ ໄດ້ມີໃຈໃສສັດທາເປັນອັນຍິ່ງ ຈຶ່ງໄດ້ສ້າງ ມະຫາສັງກາດ ຜູກນີ້ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕ ພັນ ວັດສາ. ນິບພານັງ ປາຣະມັງ ສຸກຂັງ. ປະການ ໑ ນັ້ນ ຂໍໃຫ້ຜູ້ຂ້າໄດ້ພົບໂຄຕະມະເຈົ້າ ຕາບຕໍ່ເທົ້າເຂົ້າສູ່ນີຣະພານກໍ່ຂ້າເທີ້ນ ທຸວັງ ທຸວັງ ນິດຈັງ ນິດຈັງ ປາຣະມັງ ສຸກຂັງ. ເຈົ້າໝ່ອມອ້າຍຈົວເຮີຍໃຫ້ຄ່ອຍພິຈາຣະນາເອົາແຕ່ເນີບໍ່ງາມປານໃດເນີ.
Sangkat Luang, the great era tells about the time line of the Teachings of Gotama Buddha. After 500 years of Buddhist Era, there would not have any bhikkhinis (female monks), after 1,000 years no noble ones, after 2,000 years no philosopers, after 3,000 years no Buddhist monks, after 4,000 years no Uposatha days, and after 5,000 years only a small piece of a yellow robe recognised as a symbal of Buddhism. After the Teachings of Gotama Buddha has fully finished, Ariya Metteyya will descend from Tusita heaven and be born in the world, attain enlightenment and become the Buddha in the future. Colophon: Folio 14 on the verso side: The writing was accomplished at the time of kòng ngai (between 7.30–9.00 o’clock). Somdet Dissapannya from the village of Chan Tai had the most ardent religious faith to sponsor the making of this manuscript entitled Maha sangkat to support the Teachings of the Buddha to last until the end of 5000 years. Nibbāna is the greatest bliss. On the other hand, may I encounter Gotama Buddha until entering Nibbāna certainly and constantly, the greatest bliss. Dear monks and novices, please consider by you, the handwriting is not beautiful.
Extent: 1 palm-leaf manuscript containing 15 leaves.
Size and dimensions of original material: Hight 5.3 cm, width 59.3 cm, depth 0.7 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.7.
