ລໍາຊຽງໂຈລະໂຕ

ຜູກ ໔: ຄັ້ນເມື່ອນາງຄໍາຢາດ ໄດ້ຍິນຊຽງໂຈຣະໂຕປະຕິເສດ ນາງກໍເສົ້າໂສກແລະເສຍໃຈເປັນຢ່າງຍິ່ງ ແຕ່ເຖິງຢ່າງນັ້ນ ນາງກໍ່ບໍ່ຍອມອອກຈາກຊຽງໂຈຣະໂຕ ເພາະນາງໄດ້ຫລົງຮັກຊຽງໂຈຣະໂຕໄປແລ້ວ ໂດຍນາງໄດ້ກ່າວກັບຊຽງໂຈຣະໂຕວ່າພ້ອມທີ່ຈະເປັນຄູ່ຊີວິດທີ່ຄຽງບ່າຄຽງໄຫລ່ຕະຫລອດໄປ ເມື່ອເປັນແນວນັ້ນຊຽງໂຈຣະໂຕ ຈຶ່ງໄດ້ອະທິຖານໃນໃຈແລ້ວຍິງປືນວິເສດກໍ່ເກີດປາສາດອັນງົດງາມຫລັງໜຶ່ງ ທັງສອງຈຶ່ງສົມສູ່ຢູ່ກິນກັນແບບສາມີພັນລະຍາ. ຜູກ ໕: ຫລັງຈາກທີ່ທັງສອງສາມີພັນລະຍາໄດ້ສົມສູ່ຢູ່ກິນກັນເປັນເວລາດົນ ຈຶ່ງໄດ້ກ່າວລາພໍ່ແມ່ຂອງນາງຄໍາຢາດແລ້ວພາກັນເດີນທາງໄປຍັງເມືອງພາຣານະສີ ແຕ່ໃນລະຫວ່າງກໍ່ໄດ້ພົບກັບບັນດາເຫລົ່າຍັກທັງຫລາຍຄ່ອຍຂັດຂວາງ ເພື່ອບໍ່ໃຫ້ສອງສາມີພັນລະຍາຄູ່ນີ້ໄດ້ເດີນທາງຕໍ່ ແຕ່ຊຽງໂຈຣະໂຕກໍ່ໄດ້ໃຊ້ປືນວິເສດຍິງສູ້ຣົບກັບບັນດາຍັກ ຈົນເຮັດໃຫ້ຍັກເຫລົ່ານັ້ນພ່າຍແພ້ໄປ. ຜູກ ໖: ຈາກນັ້ນຊຽງໂຈຣະໂຕແລະພັນລະຍາ ໄດ້ເດີນທາງຕໍ່ໄປເລື່ອຍໆ ຈົນໄປຮອດໃນໝູ່ບ້ານແຫ່ງໜຶ່ງ ຊື່ວ່າ ບ້ານພະໂຊ ຊຶ່ງໃນໝູ່ບ້ານແຫ່ງນີ້ ມີຄວາມເດືອດຮ້ອນ ດ້ວຍພະຍາດ ໂພຍໄພ ເຮັດໃຫ້ມີຄົນຕາຍ ມື້ລະ ໓-໔ ຄົນ ທຸກໆມື້ ໃນເມື່ອໃນຊຽງໂຈຣະໂຕພ້ອມດ້ວຍພັນລະຍາໄດ້ໄປຮອດແລ້ວກໍ່ໄດ້ໄປພັກເຊົາຢູ່ສາລານອກບ້ານ ທັນໃດນັ້ນກໍ່ໄດ້ຍິນສຽງຮ້ອງໄຫ້ ແຊວໆ ໂດຍບໍ່ຂາດສາຍ ຈຶ່ງໄດ້ຖາມຊາວບ້ານ ສ່ວນຊາວບ້ານທັງຫລາຍກໍ່ໄດ້ເລົ່າຄວາມຈິງໃຫ້ຊຽງໂຈຣະໂຕໄດ້ຟັງວ່າ ໃນບ້ານແຫ່ງນີ້ມີຄົນຕາຍດ້ວຍໂພຍໄພທຸກໆມື້ ແຕ່ມື້ນີ້ກໍມີຄົນຕາຍ ໔ ຄົນເຊັ່ນກັນ ເມື່ອຊາບຄວາມຈິງແລ້ວຊຽງໂຈຣະໂຕກໍ່ໄດ້ອະທິຖານໃສ່ປືນວິເສດແລ້ວໄປປິນປົວເຝົ້າຢາຄົນຕາຍທັງ ໔ ຄົນເຫລົ່ານັ້ນ ຈົນໄດ້ຄືນມາເປັນຄົນດັງເກົ່າ ຊາວບ້ານທັງຫລາຍ ຈຶ່ງພາກັນເຂົ້າໄປກາບໄຫວ້ສັກກາລະຊຽງໂຈຣະໂຕ ດ້ວຍຄວາມດີອົກດີໃຈ. ຄໍາລົງທ້າຍ: ໜ້າ ໕໕: ຂຽນຈົບ ເວລາ ໕ ໂມງ ເລີຍ ໒໐ ນາທີ ກົງກັບວັນທີ່ ໓-໑໐ (ຕຸລາ) ໑໙໙໑ ເດືອນ ໑໐ ແຮມ ໑໐ ຄໍ່າ ວັນພະຫັດ. ລມ ສາທຸບຸນເພັງ ທີ່ວັດເມືອງຂວາ ເປັນຜູ້ລຽບລຽງແລ ສາທຸໆ ນິບພານັງ ປາຣະມັງ ສຸກຂັງ ຂໍໃຫ້ຜູ້ຂ້າໄດ້ສໍາເຖິງພະນິບພານໃນອານາຄົດຕະການເບື້ອງໜ້າເທີ້ນ.

Fascicle 4: When Xiang Chorato heard that the head village will offer him Nang Khamyat, he rejected because he had to continue his journey. Nang Khamyat was there and heard Xiang Chorato’s reject to receive her. Thus, Nang Khamyat talked to Xiang Chorato that I have already fallen in love with you. I am your wife now. I will company you wherever you go. Therefore, Xiang Chorato had to accept her as his wife. Fascicle 5: Xiang Chorato and his wife, Nang Khamyat left Tissakham village heading to Pharanasi for visiting Xiang Chorato’s family. On their journey, they confronted giants who obstructed their way. Xiang Chorato fought against the giants by using his magic gun. Finally, he overcame all giants. Fascicle 6: Xiang Chorato and his wife, Nang Khamyat arrived in a village called Phaso where cholera was happening. The three or four people in the village died per day. When Xiang Chorato was reported by the people, he wanted to help them. Then he wished and used magic gun shooting out. The four dead bodies that died on the day were revived. This made the people surprised. Therefore, Xiang Chorato was respected by them. Colophon: Page 55: The writing was accomplished at 5.20 o’clock on 3 October 1991 corresponding with the tenth day of waning moon of the tenth lunar month, Thursday. Sathu Humpheng from Vat Muang Khwa is the scribe. Nirvana is the greatest bliss. May I reach Nirvana in the future.

Extent: 1 palm-leaf manuscript containing 57 leaves.

Size and dimensions of original material: Hight 21 cm, width 16.5 cm, depth 0.8 cm.

Condition of original material: Fragile.

Author(s)/Creator(s): Unidentified.

Scribe(s): Sathu Humpheng from Vat Muang Khwa.

Original institution reference: Manuscript Cabinet No.1.