ໃນອະດິດຕະການນານມາແລ້ວ, ມີ ກຸມມາລີ ໓ ເອື້ອຍນ້ອງ ຊຶ່ງເປັນກໍາພ້າແລະທຸກໄຮ້ເຂັນໃຈ ອາໄສຢູ່ໃນເມືອງພາຣານະສີ. ວັນໜຶ່ງ, ຜູ້ເປັນເອື້ອຍກົກກໍ່ໄດ້ສົນທະນາກັບນ້ອງທັງສອງວ່າ “ທີ່ເຮົາເກີດມາທຸກໃນຊາດນີ້ເພາະເຮົາບໍ່ໄດ້ເຮັດບຸນກຸສົນໃນຊາດປາງກ່ອນ. ດັງນັ້ນ ຊາດນີ້ເຮົາຕ້ອງເຮັດບຸນສ້າງສົມພານໄວ້ ເມື່ອເກີດຊາດໃໝ່ໃນພາຍພາກໜ້າ ກໍ່ຈະບໍ່ໄດ້ເປັນຄົນທຸກ.” ນ້ອງທັງສອງກໍ່ເຫັນດີນໍາຄວາມຄິດຂອງເອື້ອຍ ຈິ່ງພາກັນຕັດຜ້າສີຂາວແລ້ວຍ້ອມເປັນສີເຫຼືອງແລະກະກຽມໂພຊະນະອາຫານ. ທັງສາມໄດ້ພາກັນໄປຊອກຫາເຂົ້າຕອກດອກໄມ້ຕ່າງໆ ເພື່ອມາບູຊາ. ຜູ້ເປັນເອື້ອຍກົກນັ້ນໄດ້ດອກບົວ ໕ ດອກ, ເອື້ອຍຜູ້ທີ່ ໒ ຊອກໄດ້ດອກຈໍາປາ ໒ ດອກ ແລະນ້ອງຫຼ້າ ຊອກໄດ້ດອກມະລິ ໓ ດອກ. ຫຼັງຈາກນັ້ນ ຈຶ່ງນໍາເອົາວັດຖຸເຄື່ອງທານທັງຫລາຍເຫລົ່ານັ້ນໄປຖວາຍໃຫ້ແກ່ພະພິກຂຸ ອັນມີພະພຸດທະເຈົ້າເປັນປະທານ. ເມື່ອຖວາຍແລ້ວທັງ ໓ ເອື້ອຍນ້ອງ ກໍ່ໄດ້ຕັ້ງຈິດອະທິຖານຕາມຄວາມປາດຖະໜາຂອງຕົນ ແລະໄດ້ສໍາເລັດດັ່ງຄວາມປາຖະນາທຸກປະການ. ຄໍາລົງທ້າຍ: ລານທີ ໒໑ ໜ້າ ໑: ສີສຸມັງຄະລະສັງກາດຣາຊະໄດ້ ໑໒໙໘ ຕົວ ປີເມິ່ງເປົ້າ ເດືອນ ໖ ຂຶ້ນ ໑໕ ຄໍ່າ ພໍ່າວ່າໄດ້ ວັນ ໓ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ທິດຍາແລະສາວແພງ ບ້ານໂພນໄຊ ມີໃຈເຫລື້ອມໃສເປັນອັນຍິ່ງ ຈຶ່ງໄດ້ສ້າງລໍາ ມະລິກາ ໒ ຜູກນີ້ ໄວ້ກັບສາສະໜາ ພະພຸດທະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາແດ່ກໍ່ຂ້າເທີ້ນ. ອະຣະຫັນຕີ ໂຫມິ ນິບພານະ ປັດຈະໂຍ ໂຫຕຸ ໂນ ສຸດທິນັງ ວັດຕະ ເມ ທານັງ ນິບພານັງ ປະຣະມັງ ສຸກຂັງ.
Once upon a time, three sisters who were orphan and poor lived in Varanasi. When they all were grown up, the oldest sister talked to her sisters that, “we are poor in this life because we did not make merit in the previous lives. Therefore, we have to make much merit for our next lives.” They agreed with her idea. One day, they prepared yellow robes, food and flowers. They went separately to find the flowers. The oldest sister found five lotuses. The second sister found two frangipanis, and the last sister found three mali (jasmine). Then they brought the things to the monastery and offered the robes, food and flowers to the Buddha and monks. They pray for their wishes may become true. Colophon: Folio 21 on the recto side: Sisu mangala Sangkatrasa (CS) 1298, a moeng pao year, on the fifteenth day of the waxing moon of the sixth lunar month, the third day of the week (Tuesday), the writing was accomplished at time of kòng ngai (between 7.30–9.00 o’clock). Thit Nya and Sao Phaeng from Phonsai village had the most ardent religious faith to sponsor the making of these manuscripts entitled Malika to support the Teachings of the Buddha to last until the end of 5000 years. May I attain arahantship. May this be a condition for us to reach Nibbāna. This gift of mine for Nirvana the greatest bliss).
Extent: 1 palm-leaf manuscript containing 22 leaves.
Size and dimensions of original material: Hight 4.4 cm, width 57.8 cm, depth 0.9 cm.
Condition of original material: Damagaed.
Alternative calendar and date: Lao, CS 1298, a moeng pao year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Shelf 3.
