ກ່າວເຖິງຕໍານານແລະຄໍາທໍານາຍຂອງພະເຈົ້າ ໒ ອົງຄື ພະໂຄຕະມະພຸດທະເຈົ້າແລະພະສີອະຣິຍະເມດໄຕ ຈະເກີດຄວາມທຸກ ໑໐ ປະການ ແກ່ຄົນທັງຫຼາຍໃນອະນາຄົດ ຜູ້ໃດໄດ້ທໍາບຸນໃຫ້ທານ ແລະເຊື່ອໃນແກ້ວເຈົ້າ ໓ ປະການຄືພະພຸດ, ພະທໍາແລະພະສັງຄະເຈົ້າ ກໍ່ຈະລອດພົ້ນຈາກຄວາມທຸກເຫຼົ່ານັ້ນ. ຄວາມທຸກ ໑໐ ປະການ ໄດ້ແກ່: ໑. ທຸກອັນຖ້ວນໜຶ່ງ ທຸກບໍ່ອາດຈະນັບໄດ້, ໒. ທຸກອັນຖ້ວນສອງ ບ້ານເມືອງໃນຊຸມພູທະວີບຈະເກີດເສິກໃຫຍ່ຂ້າຟັນກັນໜອງເລືອດ, ໓. ທຸກອັນຖ້ວນສາມ ຄົນທັງຫລາຍຈະຕາຍຢາກເຂົ້າ, ໔. ທຸກອັນຖ້ວນສີ່ ທ້າວພະຍາຈະໃສ່ທັນດະກໍາ ແລະຂູດຫີດເອົາເງິນຄໍາຂອງຊາວບ້ານ, ໕. ທຸກອັນຖ້ວນຫ້າ ຄົນທັງຫລາຍຈະຕາຍເພາະໂຈນຂ້າເອົາເຂົ້າຂອງ, ໖. ທຸກອັນຖ້ວນຫົກ ພໍ່ແມ່ພີ່ນ້ອງ ລູກຫລານຈະພັດພາກຈາກກັນ, ໗. ທຸກອັນຖ້ວນເຈັດ ທຸກເພາະມີເຮືອນ ແຕ່ບໍ່ມີຄົນຢູ່, ໘. ທຸກອັນຖ້ວນແປດ ທຸກເພາະຄົນທັງຫລາຍຈະມີໃຈອັນໂຫດຮ້າຍ. ໙. ທຸກອັນຖ້ວນເກົ້າ ທຸກເພາະຄົນທັງຫລາຍຝູງໃຈບາບ ອະທໍາ ບໍ່ກະທໍາຕາມຄໍາສອນຂອງພະຕະຖາຄົດ, ໑໐. ທຸກອັນຖ້ວນສິບ ທຸກເພາະຄົນທັງຫລາຍຝູງໃຈບາບ ບໍ່ຟັງຄໍາສັ່ງສອນຂອງຄູບາອາຈານແລະບໍ່ຟັງຄໍາຂອງພໍ່ແມ່ເຖົ້າແກ່. ຄໍາລົງທ້າຍ: ລານທີ່ ໒໑ ໜ້າ ໑: ມູນລະສັດທາມີອ້າຍທິດກໍ່າ ຜົວເມຍ ໄດ້ພ້ອມກັນມີສັດທາສ້າງ ຕໍານານຫີນຈາຣຶກ ໄວ້ກັບສາສະໜາພະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຊູ່ປະການ ກໍຂ້າເທີ້ນ ນິບພານັງ ປະຣະມັງ ສຸກຂັງ. ໑໐. ທຸກອັນຖ້ວນສິບ ທຸກເພາະຄົນທັງຫລາຍຝູງໃຈບາບ ບໍ່ຟັງຄໍາສັ່ງສອນຂອງຄູບາອາຈານແລະບໍ່ຟັງຄໍາຂອງພໍ່ແມ່ເຖົ້າແກ່.
The text tells about the myth and prophecies of the two Buddhas including Gotama Buddha and Ariya Metteyya. There will have ten kinds of misery for all people in the future. Anyone who gives alms and believes in the Triple Gems including the Buddha, the Dhamma and the Sangha, will be freed from those sufferings. The 10 sufferings are: 1. The 1st suffering is innumerable, 2. The 2nd suffering is because of the villages in the continents will have big battles to kill each other, 3. The 3rd suffering is the people will died of starvation, 4. The 4th suffering is because rulers’ punisments and extort money from the villagers, 5. The 5th suffering is the people will be killed by thieves for belongings, 6. The 6th suffering is parents and their children will be separated, 7. The 7th suffering is because there is a house but no one, 8. The 8th suffering is because of wicked-hearted people, 9. The 9th is suffering is because of wicked people, and they do not follow the teachings of the Buddha, 10. The 10th suffering is because of the wicked people who disobedience to the teachings of teachers and parents. Colophon: Folio 21 on the recto side: Ai Thit (ex-monk) Kam and his wife had the religious faith to sponsor the making of this manuscript [entitled] Tamnan hinchālük, to support the Teachings of the Buddha to last until the end of 5000 years. May our wishes come true. Nibbāna is the greatest bliss.
Extent: 1 palm-leaf manuscript containing 21 leaves.
Size and dimensions of original material: Hight 6 cm, width 56.8 cm, depth 1 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 12.
