ໃນສະໄໝໜຶ່ງພະຜູ້ມີພະພາກເຈົ້າປະທັບຢູ່ດອຍຄິດຊະກູດ ໃນເມືອງຣາຊະຄຶ. ໃນກາລະນັ້ນ ຝົນກໍ່ຕົກລົງມາຢ່າງໜັກ ພະພຸດທະອົງຈຶ່ງໃຊ້ໂອກາດນັ້ນໃນການສະແດງແກ່ພິກຂຸທັງຫຼາຍ ໂດຍຕັດເລື່ອງພະສູດຕ່າງໆທີ່ເປັນມຸງຄຸນແລະມີອະນຸພາບ ເຊິ່ງເຮັດໃຫ້ຄວາມປາດຖະໜາຂອງປຸຖຸຊົນທັງຫລາຍສໍາເລັດ ເຊັ່ນ ຄວາມປາດຖະໜາທີ່ຈະມີບຸດທີ່ດີ, ການໄດ້ມາຊຶ່ງຊັບສົມບັດແລະຍົດຖາບັນດາສັກ, ຄວາມເປັນຜູ້ບໍ່ມີໂລກ, ເປັນຜູ້ມີອາຍຸໝັ້ນຍືນ. ການນ້ອມໄຫວ້ແລະອັນເຊີນເອົາຄຸນຂອງພະຣັດຕະນະໄຕແລະຄຸນພຸດທານຸພາບຂອງອະດີດພຸດທະເຈົ້າ ໒໘ ພະອົງ ຕັ້ງແຕ່ພະຕັນຫັງກອນພຸດທະເຈົ້າ ຈົນເຖິງ ພະໂຄຕະມະພຸດທະເຈົ້າ ແລະອະນາຄະຕະພຸດທະເຈົ້າຈົ່ງມາພິພັກຮັກສາ ທ່ານຜູ້ນັ້ນຈະປາສະຈາກອັນຕະລາຍທັງປວງ ແລະມີແຕ່ຄວາມສຸກສະຫວັດດີ. ເນື້ອໃນຍັງກ່າວເຖິງ ອານຸພາບຂອງຄາຖາທິບພະມົນ ຖ້າຜູ້ໃດສູດຄາຖານີ້ ເທວະດາແລະທ້າວຈະຕຸໂລກກະບານທັງ ໔ ຈະມາປົກປ້ອງຄຸ້ມຄອງຜູ້ນັ້ນໃຫ້ປອດໄພຈາກອັນຕະລາຍທັງປວງ. ມະນຸດ, ຍັກ, ນາກ, ພູດຜີປີສາດທັງຫລາຍ ບໍ່ສາມາດທໍາອັນຕະລາຍໄດ້. ຄໍາລົງທ້າຍ: ລານທີ ໑໙ ໜ້າ ໑-໒: ປະວໍຣະມັງຄະລະພະມະຫາສັງກາດ ໑໒໑໕ ຕົວ ປີກາເປົ້າ ເດືອນ ໘ ເພັງ ວັນ ໔ ບໍຣະສຸດ ມື້ເປິກໃຈ້ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ສົມເດັດພະເປັນເຈົ້າ ຂັດຕິຍະຣາຊະວົງອົງເປັນກະນິດຖາສົມເດັດພະບໍຣົມມະຈັກກະພະຕິສີສຸຣິຍະວົງອົງສະຖິດອິສະລະພິນີໄສ ໃນສີສັດຕະນະຄະນະຫຸດອຸດຕະມະຣະນະບຸຣີຣົມພົມຈັກກະພັດຕິສີລ້ານຊ້າງຮົ່ມຂາວ ເປັນເຄົ້າ ກັບທັງເຈົ້າຣາຊະກັນຍາ ຣາຊະກັນລະຍາຣາຊະນັດດາ ຣາຊະພັນທຸວົງສາ ມີພີຣົມມະຊະລາໄສໃນພະຣາຊະຫຶຣະໄທເຫລື້ອມໃສໃນວໍຣະພຸດທະສາສະໜາ ພຼະມະຫາກະຣຸນນາທິຄຸນເຈົ້າເປັນອັນຍິ່ງ ຈິ່ງມີພະຣາຊະສັດທາພ້ອມກັນສ້າງພະສັດທໍາມະຄໍາພິຣະ ພະກໍາພີ ທິບພະມົນຫລວງ ຍອດຍິ່ງ ຈິ່ງຈັກໃຫ້ໄວ້ໂຊຕະນະເປັນມູນລະວໍຣະພະພຸດທະສາສະໜາສືບໄປພາຍໜ້າ ເພື່ອວ່າ ໃຫ້ກວ້າງຂວາງໃນມະຫາຣະຕະນະບຸຣີສີສັດຕະນະຄະນະຫຸດອຸດຕະມະຣາຊະທານີທີ່ນີ້ເປັນເຄົ້າ ຕາບຕໍ່ເທົ້າ ໕ ພັນພະວັດສາ ສາທຸ ສຸດທິນັງ ວັດຕະ ເມ ທານັງ ນິບພານັງ ປະຣະມັງ ສຸກຂັງ.
On one occasion, the Buddha was present at the Gijjhakuta hill in Rajagaha. At that time, the rain fell heavily, so the Buddha took the opportunity to preach sermons to monks by telling various suttas that are blessed and powered to fulfill the wishes of the people, such as the wish to have a good son, the acquisition of all the treasures and titels, to be free from all diseases, to be a long life. Worshiping and inviting the virtues of the Triple Gem and the Buddhas’ power of former 28 Buddhas, from Tanhaṁgara Buddha to Gotama Buddha and the future Buddha, come and protect one, the one will be free from all dangers and will be happy and well-being. The content also mentions the virtues of the Dipamanta Gāthā, if anyone recites this Gāthā, devas and the four heavenly kings will come to protect that person from all dangers. Humans, giants, dragons, mountain demons are not able to harm the person. Colophon: Folio 19 on the recto and verso sides: Pavòra mangkhala Mahasangkat 1215, a ka pao year, the full moon day of the eighth lunar month, the fourth day of the week (Wednesday) and a poek chai day. The writing was accomplished the time of kòng ngai (between 7.30–9.00 o’clock). The brother king of the king of Sisattanakhanahut Uttamabòrirom Phrommachakkphatti Lanxang Homkhao, and his wife, children, grandchildren and all relatives had pleasure, the ardent religious faith in the Buddha’s Teachings, to sponsor the making of the Buddhist scripture of Thipphamon Luang (Great Dibbamantra) to support the Teachings of the Buddha for the future and for its wide spreading in the kingdom of Lan Xang Hom Khao to last until the end of 5000 years and in order to be benefits to all the yogāvacara (ones who practice spiritual exercise) to last until the end of 5000 years. The alms I have already given be a condition for Nirvana, the greatest bliss.
Extent: 1 palm-leaf manuscript containing 19 leaves.
Size and dimensions of original material: Hight 4.5 cm, width 54.7 cm, depth 0.9 cm.
Condition of original material: Good.
Alternative calendar and date: Lao, CS 1215, a ka pao year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.1.
