ຍາມຸກ ຫຼືຍະມະກະ ແປວ່າ ທໍາທີ່ເປັນຄູ່ ເປັນຄໍາພີທີ່ ໖ ແຫ່ງພະອະພິທໍາ ເນື້ອໃນທັງໝົດຂຽນເປັນພາສາບາລີ. ທໍາທີ່ເປັນຄູ່ ມີ ໑໐ ປະການ ເອີ້ນວ່າ ມູນລະຍະມະກະ ອັນປະກອບດ້ວຍ: ໑. ມູນລະຍະມະກະຄື ທໍາເປັນຄູ່ ອັນເປັນມູນ, ໒. ຂັນທະຍະມະກະ ຄື ທໍາເປັນຄູ່ຄື ຂັນ ໕ ປະການ, ໓. ອາຍະຕະນະຍະມະກະ ຄື ທໍາເປັນຄູ່ຄື ອາຍະຕະນະ ໑໒ ປະການ, ໔. ທາຕຸຍະມະກະ ຄື ທໍາເປັນຄູ່ຄື ທາດ ໑໘ ປະການ, ໕. ສັຈຈະຍະມະ ຄື ທໍາເປັນຄູ່ຄື ສັດຈະ ໔ ປະການ, ໖. ສັັງຂາຣາຍະມະກະ ຄື ທໍາເປັນຄູ່ ຄື ສັງຂານ ໓ ປະການ, ໗. ອະນຸໄສຍະມະກະ ຄື ທໍາເປັນຄູ່ຄືອະນຸໄສ ໗ ປະການ, ໘. ຈິດຕະຍະມະກະ ຄື ທໍາເປັນຄູ່ຄື ຈິດ ໔ ປະການ, ໙. ທໍາມະຍະມະກະ ຄື ທໍາທັງຫລາຍທີ່ເປັນກຸສົນແລະອະກຸສົນ, ໑໐. ອິນທະຣິຍະມະກະ ຄື ທໍາເປັນຄູ່ຄື ອິນຊີ ໒໒ ປະການ. ຄໍາລົງທ້າຍ: ລານທີ່ ໖໗ ໜ້າ ໑: ພຸດທະສັງກາດຣາຊະໄດ້ ໒ ພັນ ໔ ຮ້ອຍ ໖໔ (ກົງກັບ ພ.ສ. ໒໔໖໔) ພັນສາ ເດືອນ ໑໑ ຂື້ນ ໓ ຄໍ່າ ມື້ກົດໃຈ້ ປີຮ້ວງເຮົ້າ ວັນ ໓ ຣິດຈະນາແລ້ວຍາມກອງງາຍ ໝາຍມີ ສາວເພັງ ອ້າຍດີ ລູກຫລານແລະຍາຕິກາພັນທຸວົງສາ ໄດ້ພ້ອມກັນສ້າງ ຍາມຸກປັດຖານ ຜູກນີ້ ໄວ້ຄໍ້າຊູສາສະໜາ ພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕ ພັນວັດສາ. ຂໍໃຫ້ຂ້າພະເຈົ້າທັງຫລາຍໄດ້ພົ້ນທຸກໃນໂລກສົງສານ ຂໍໃຫ້ໄດ້ເຖິງສຸກ ໓ ປະການມີນີຣະພານເປັນທີ່ແລ້ວ ຢ່າຄາດແຄ້ວ ຂໍໃຫ້ຝູງຂ້າໄດ້ດັ່ງຄໍາມັກຄໍາປາດຖະໜາອະຣະຫັນ ໂຕໂຫ ມິ ວັດຕະ ນິບພານັງ ປະຣະມັງ ສຸກຂັງ ນິດຈັງ ທຸວັງ ທຸວັງ. ໜັງສືວັດສັງຄະໂລກຖວາຍແລ້ວເນີ.
Yamaka means the Book on Pairs is the sixth book of the Abhidhamma. The text was written in Pali. The Dhamma in pairs consists of ten items as following: 1. Mūla Yamaka: Pairs on roots 2. Khandha Yamaka: Pairs on the 5 aggregates 3. Āyatana Yamaka: Pairs on the 12 bases 4. Dhātu Yamaka: Pairs on the 18 elements 5. Sacca Yamaka: Pairs on the 4 Truths 6. Saṅkhāra Yamaka: Pairs on the 3 formations 7. Anusaya Yamaka: Pairs on the 7 latent states 8. Citta Yamaka: Pairs on the 4 consciousness 9. Dhamma Yamaka: Pairs on the Dhamma of wholesome and unwholesome 10. Indriya Yamaka: Pairs on the 22 faculties Colophon: Folio 67 on the recto side: Buddhist Era 2 thousand 4 hundred and 64 (corresponding with BE 2462), the third day of the waxing moon of the eleventh lunar month, a kot chai day, a huang hao year, the third day of the week (Tuesday), the writing was accomplished at the time of kòng ngai (between 7.30–9.00 o’clock). Sao (Miss) Pheng and her husband, Ai Di together with all their children and relatives sponsored the making of this manuscript entitled Yamukpatthan, to support the Teachings of Gotama Buddha to last until the end of 5000 years. May all of us be free from suffering in the world. May I reach the three states of happiness with Nibbāna as the ultimate goal. May our wishes not be ignored. May I obtain arahantship. Nibbāna is the greatest bliss certainly constantly and certainly. This manuscript belongs to Vat Sangkhalok has been offered.
Extent: 1 palm-leaf manuscript containing 58 leaves.
Size and dimensions of original material: Hight 4.3 cm, width 55.7 cm, depth 2.5 cm.
Condition of original material: Good.
Alternative calendar and date: Lao, BE 2464, a huang hao year
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Cabinet No.2.
