ພະເຈົ້າລຽບໂລກ (ຜູກ ໑໓)

ຕໍານານພະເຈົ້າລຽບໂລກ ຫຼືຕໍານານການເດີນທາງຂອງພະພຸດທະເຈົ້າ ເປັນວັນນະກໍາທາງພຸດທະສາສະໜາ ທີ່ແຜ່ຫຼາຍໃນເຂດອາຊີອາຄະເນ ມີເນື້ອຫາກ່ຽວກັບການເດີນທາງຂອງພະພຸດທະເຈົ້າໂຄຕະມະສູ່ດິນແດນລ້ານນາ, ອີ່ສານ, ສິບສອງປັນນາ, ລັດຊານຂອງມ່ຽນມາ ແລະລ້ານຊ້າງ. ຕໍານານກ່າວເຖິງສະຖານທີ່, ປະຫວັດສາດ ແລະວັດທະນະທໍາຂອງຊຸມຊົນແລະກຸ່ມຊາດພັນຕ່າງໆ ຕະລອດເສັ້ນທາງທີ່ພະພຸດທະເຈົ້າຊົງສະເດັດໄປເຜີຍແພ່ຄໍາສອນຂອງພະພຸດທະອົງ. ຕໍານາຍັງກ່າວເຖິງ ພະພພຸດທະອົງໄດ້ປະທານພະເກສາ(ເສັ້ນຜົມ)ໃຫ້ແກ່ຊຸມຊົນຕ່າງໆແລະປະທັບຮອຍພະພຸດທະບາດ(ຮອຍຕີນ)ໄວ້ໃນສະຖານທີ່ຕ່າງໆ ທີ່ພະພຸດທະອົງສະເດັດໄປຢາມ. ການສ້າງພະທາດເຈດີແລະວັດທີ່ມີພະສາຣີຣິກະທາດແລະຮອຍພະພຸດທະບາດໃນສະຖານທີ່ເຫຼົ່ານີ້ແມ່ນເກີດຂຶ້ນຈາກຕໍານານ. ຜູກທີ່ ໑໓ ກ່າວເຖິງ ຫລັງຈາກທີ່ພະພຸດທະເຈົ້າສະເດັດດັບຂັນປະຣິນິບພານໄປແລ້ວ ພະອໍລະຫັນທັງຫລາຍໄດ້ນໍາເອົາພະສາຣີຣິກະທາດໄປປະດິດສະຖານໄວ້ໃນສະຖານທີ່ຕ່າງໆ ຕາມທີ່ພະພຸດທະອົງເຄີຍຊົງພະຍາກອນເອົາໄວ້ ແລະກ່າວເຖິງ ການທໍາສັງຄາຍະນາຄັ້ງທີ່ ໑, ຄັ້ງທີ່ ໒ ແລະຄັ້ງທີ່ ໓.

Tamnan Pha Chao Liap Lok or the legend of the Buddha’s journeys is a Buddhist literature that is prevalent in Southeast Asia. It is a story of the Buddha’s journeys to Lanna, Isan, Xishuangbanna, Shan State, and Lan Xang region. The legend explains the geography, history and culture of various communities and ethnic groups along the route the Buddha took in his journeys to disseminate his teachings. The legend also says that the Buddha gave some of his hair to various communities and left the footprints in places he visited. The creation of stupas and temples containing the Buddha’s relics and footprints in these places sprang from the legend. This thirteenth fascicle tells after the passing away of the Buddha, his disciples brought the relics of the Buddha to install in places where the Buddha mentioned before. The text also tells the first, second and third Buddhist Councils.

Extent: 1 palm-leaf manuscript containing 25 leaves.

Size and dimensions of original material: Hight 5.3 cm, width 55.1 cm, depth 1 cm.

Condition of original material: Good.

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Glass Cabinet No.5.