ເທວະທູດຕະສູດ (ຜູກ ໓)

ໃນສະໄໝພຸດທະການ ມີພິກຂຸນີຕົນໜຶ່ງ ປະຕິບັດວິປັດສະນາກໍາມະຖານ ຈົນໄດ້ບັນລຸທໍາ ເຫັນດ້ວຍຕາທິບ ສັດນະຮົກທັງຫລາຍທີ່ຖືກທໍລະມານແລະວຽນວາຍຕາຍເກີດຢູ່ໃນນະຮົກນັ້ນ. ສັດນະຮົກບາງພວກກໍ່ໄດ້ຮັບການທໍລະມານຈົນຕາຍ ແລ້ວກັບໄປເກີດໃນນະຮົກນັ້ນອີກ. ພິກຂຸນີຈຶ່ງເຂົ້າເຝົ້າພະພຸດທະເຈົ້າ ແລ້ວທູນຖາມວ່າ ເຫດໃດສັດນະຮົກເຫລົ່ານັ້ນຈຶ່ງໄດ້ຮັບຄວາມທຸກທໍລະມານຢູ່ຢ່າງນັ້ນບໍ່ຈົບບໍ່ສິ້ນ? ພະພຸດທະອົງ ຈຶ່ງຕັດວ່າ ເຫດທີ່ສັດນະຮົກກເຫລົ່ານັ້ນໄດ້ຮັບຄວາມທຸກຂະເວທະນານັ້ນ ກໍ່ເພາະວິບາກກໍາທີ່ເຂົາໄດ້ກະທໍາໄວ້ ເມື່ອຄັ້ງຍັງເປັນມະນຸດ ພວກເຂົາໄດ້ກະທໍາກໍາອັນເປັນບາບ ມີທັງກໍາໜັກ ແລະກໍາເບົາ ຈຶ່ງໄດ້ຮັບຜົນຂອງກໍານັ້ນໃນນະຮົກທີ່ແຕກຕ່າງກັນ. ຄໍາລົງທ້າຍ: ລານທີ ໒໖ ໜ້າ ໑: ສັງກາດ ໑໒໕໙ ຕົວ ປີເມິ່ງເຮົ້າ ເດືອນ ໑໑ ແຮມ ໑໔ ຄໍ່າ ວັນ ໒ ລິດຈະນາແລ້ວຍາມທ່ຽງ ມູນລະສັດທາໝາຍມີ ສາທຸຄູ ວັດສະຫວັນເທວະໂລກ [ມີສັດທາ]ເປັນອັນຍິ່ງຈິ່ງສ້າງຍັງລໍາເທວະທູດຕະສູດ ໕ ຜູກນີ້ ໄວ້ກັບສາສະໜາພະໂຄຕະມະເຈົ້າ ຕາບຕໍ່ເທົ້າ ໕໐໐໐ ວັດສາ. ຂໍໃຫ້ໄດ້ດັ່ງຄໍາມັກຄໍາປາດຖະໜາຫລາຍຫລາຍ ແດ່ກໍ່ຂ້າເທີ້ນ ສາທຸ ສາທຸ.

In the Buddha’s time, a bhikkhuni (female monk) who practiced vipassana meditation and attained a high stage of the Dhamma saw with her divine eye the hell beings being tortured and circled in the hells. The female monk went to the presence of the Buddha and asked the Buddha that why those hell-beings were suffering with never-ending? The Buddha said, those hell-beings were suffering like that was because of the results of their bad actions. While they were alive, they conducted various kinds of bad deeds, severe and light. Therefore, they were suffering in the different hells. Colophon: Folio 26 on the recto side: Sangkat (CS) 1259, a moeng hao year, the fourteenth day of the waning moon of the eleventh lunar month, the second day of the week (Monday), the writing was accomplished at noon. Sathu (Monk) Khu from Vat Sisavanthevalok had the religious faith to sponsor the making of these five manuscripts entitled Thevathutasut to support the Teachings of Gotama Buddha to last until the end of 5000 years. May all my wishes and desires come true. Amen, amen!.

Extent: 1 palm-leaf manuscript containing 26 leaves.

Size and dimensions of original material: Hight 4.8 cm, width 58.7 cm, depth 1 cm.

Condition of original material: Good.

Alternative calendar and date: Lao, CS 1289, a moeug mao year

Author(s)/Creator(s): Unidentified.

Scribe(s): Unidentified.

Original institution reference: Manuscript Chest No.1.