ມີເມືອງໜຶ່ງຊື່ວ່າ ມຸນລະຕະມະຫານະຄອນ. ວັນໜ່ຶງ ພະຍາເມືອງນີ້ໃຫ້ປະຊຸມເສນາ ໔ ຈໍາພວກ ອັນໄດ້ແກ່ ອຸປະຣາດ, ນັດປາດ, ປຸໂຣຫິດ ແລະ ພາມຜູ້ສະຫຼາດດ້ວຍໄຫວພິບປະຕິພານ. ພະຍາຈິ່ງກ່າວແກ່ເສນາທັງຫຼາຍວ່າ ບ້ານເມືອງເຮົານີ້ກໍ່ເປັນເມືອງເອກເມືອງໃຫຍ່ກວ່າໝູ່ໃນລະແວກນີ້ ແຕ່ເຮົາຈັກຫາເມືອງທີ່ເປັນມິດເປັນສະຫາຍນັ້ນບໍ່ມີຈັກເມືອງເລີຍ ເຮົາຄວນຈະກະທຳຢ່າງໃດ? ຈາກນັ້ນ ທ່ານປຸໂຣຫິດຜູ້ອາວຸໂສຈິ່ງກ່າວວ່າ ເຮົາຄວນສ້າງສຳພັນທະໄມຕີກັບທ້າວພະຍາທັງຫຼາຍໃນປະເທດຕ່າງໆ ເພື່ອເປັນວົງສາສືບສາຍໄປພາຍໜ້າ, ເຮົາຈັກແຕ່ງບັນຫາໄປໃຫ້ທ້າວພະຍາຕ່າງໆໄດ້ສ່ຽງທວາຍ. ບັນຫານີ້ຄືວ່າເຮົາຈັກເອົາຍິງ ໒ ຄົນ ຜູ້ມີຮູບໂສມອັນງາມລ້ວນຖ້ວນທຸກແຫ່ງເປັນທີ່ສະດຸດຕາແຫ່ງຊາຍທັງຫຼາຍ. ຍິງສອງຄົນນັ້ນ ຜູ້ໜຶ່ງມີລູກໃນທ້ອງເປັນຜູ້ຊາຍ ແລະອີກຜູ້ໜຶ່ງມີລູກໃນທ້ອງເປັນຜູ້ຍິງ ເຮົາຈະສົ່ງໄປໃຫ້ພະຍາເມືອງຕ່າງໆສ່ຽງທວາຍ ຖ້າພະຍາເມືອງໃດຕອບຖືກ ເຮົາກໍ່ຈະໃຫ້ຍິງນັ້ນຢູ່ບຳເລີທ້າວພະຍາເມືອງດັ່ງກ່າວ ແລະເມື່ອຍິງນັ້ນເກີດລູກອອກມາກໍ່ຈະໄດ້ເປັນສາຍສືບເຊື້ອຊາດໄປພາຍໜ້າແລ.
The content tells the story of a kingdom named Munlata Mahanakhon. One day, the king of the kingdom called for a meeting four groups of his commander-in-chiefs including viceroys, pundits, priests and wise Brahmins. The king said that our kingdom is a capital and larger than other surrounding kingdoms. But we do not have any friendly kingdoms, what should we do? There, a senior priest said, we should make friendship with the kings in order to be as our lineage in the future. We would send the kings a puzzle. Our puzzle is that we send two beautiful pregnant women. One woman is pregnant with a boy and another woman pregnant with a girl. If any of the kings can answer correctly, we give him the woman as his wife. When the women give birth to their children, then we will have our lineage for the future.
Extent: 1 palm-leaf manuscript containing 26 leaves.
Size and dimensions of original material: Hight 4.5 cm, width 56.3 cm, depth 1 cm.
Condition of original material: Good.
Author(s)/Creator(s): Unidentified.
Scribe(s): Unidentified.
Original institution reference: Manuscript Box no. 15.
