ເນື້ອໃນວ່າດ້ວຍການວິປັດສະນາຕາມຫລັກວິສຸດທິ ໗ ປະການ ຄື: ໑. ສີລະວິສຸດທິ ຄື ຄວາມບໍລິສຸດແຫ່ງສີນ, ໒. ຈິດຕະວິສຸດທິ ຄື ຄວາມບໍລິສຸດແຫ່ງຈິດ, ໓. ທິດຖິວິສຸດທິ ຄື ຄວາມບໍລິສຸດແຫ່ງທິດຖິ, ໔. ກັງຂາວິຕະຣະນະວິສຸດທິ ຄື ຄວາມບໍລິສຸດແຫ່ງການຂ້າມພົ້ນຈາກຄວາມສົງໄສ, ໕. ມັກຄາມັກຄະຍານະທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານຫຼືປັນຍາທີ່ຮູ້ຖືກຕ້ອງແນ່ນອນແລ້ວວ່າວິທີການໃດເປັນຫົນທາງທີ່ດີແລະຫົນທາງໃດເປັນຫົນທາງທີ່ບໍ່ດີ, ໖. ປະຕິປະທາຍານະທັດສະນະວິສຸດທິ ຄື ຄວາມບໍລິສຸດແຫ່ງຍານ ອັນເປັນປັນຍາທີ່ເຂົ້າເຖິງຄວາມຮູ້ສຶກໃນທາງທີ່ຖືກຕ້ອງ ໂດຍມຸ່ງສູ່ພະນິບພານຢ່າງດຽວແລະ ໗. ຍານະທັດສະນະວິສຸດ ຄື ຄວາມບໍລິສຸດແຫ່ງຍານທີ່ຮູ້ເຫັນພະນິບພານ. ຄໍາລົງທ້າຍ: (໑) ລານທີ ໒໕ ໜ້າ ໑: ວິສຸດທິມັກຮອມ ຜູກ ໙ ມູນລະສັດທາ ແສນພົມ ດວງສີສ້າງ ສົມເດັດທໍາມະປັນຍາ ເປັນຜູ້ຣິດຈະນາແລະຂໍສ່ວນບຸນນໍາຫລາຍໆ ແດ່. (໒) ລານທີ ໒໖ ໜ້າ ໑: ວິສຸດທິມັກຮອມ ຜູກ ໕ ມູນລະສັດທາ ແສນພົມ ດວງສີ ກຸລະບຸດເຈົ້າອົງໃດ ໄດ້ເຂົ້າຮໍ່າເພິງເອົາ ຂໍໃຫ້ອານິສົງສະຄໍ້າຊູຂ້າພະເຈົ້າຜູ້ໄດ້ສ້າງທຸກຊາດກໍ່ຂ້າເທີ້ນ.
The text tells about Visuddhi, the purity, stages of purity consists of seven types as following: 1. Sīla-visuddhi: purity of morality, 2. Citta-visuddhi: purity of mind, 3. Ditthi-visuddhi: purity of view, 4. Kankhāvitarani-visuddhi: purity of transcending doubts, 5. Maggāmagganānadassana-visuddhi: purity of the knowledge and vision regarding path and not-path, 6. Patipadānānadassana-visuddhi: purity of the knowledge and vision of the way of progress, 7. Nānadassana-visuddhi: purity of knowledge and vision. Colophons: (1) Folio 25 on the recto side: Visuddhimagga hòm (Visuddhimagga in brief), fascicle 9, the initiator, Saen Phom Duangsi was the sponsor. Somdet Thammirapannya is the scribe, may I get much merit. (2) Folio 26 on the recto side: Visuddhimagga hòm (Visuddhimagga in brief), fascicle 5, the initiator, Saen Phom Duangsi [was the sponsor]. The clansman who learns it, may the merit support me who is the sponsor in every existence.
Extent: 1 palm-leaf manuscript containing 26 leaves.
Size and dimensions of original material: Hight 4.3 cm, width 58 cm, depth 1 cm.
Condition of original material: Fragile.
Scribe(s): Somdet Thammirapannya.
Original institution reference: Manuscript Cabinet No.1.
